ສາຍການບິນຫວຽດເຈັດ ຈັດໂປຣໂມຊັນຄ່າໂດຍສານ ແລະ ສ່ວນຫລຸດປີ້ຊັ້ນທຸລະກິດໃນທຸກເສັ້ນທາງບິນ
- A+
- A-
ຂປລ. ສາຍການບິນຫວຽດເຈັດ (VietJet)ໄດ້ຈັດໂປຣໂມຊັນລະດູໃບໄມ້ປົ່ງ ໃຫ້ນັກທ່ອງທ່ຽວລາວໄດ້ມີໂອກາດປະຢັດຄ່າໂດຍສານຫລາຍຂຶ້ນ ດ້ວຍປີຍົນEco-classສອງລ້ານປີ້ເລີ່ມຕົ້ນພຽງແຕ່ 0 ກີບ ພ້ອມກັບສ່ວນຫລຸດສູງສຸດ30%ສໍາລັບປີ້ຊັ້ນທຸລະກິດ ແລະSky Boss. ໂປໂມຊັນນີ້ເລີ່ມແຕ່ມື້ນີ້ຫາວັນທີ16ກັນຍາ2024ລະຫວ່າງ12:00ຫາ14:00ໂມງ ໂດຍຜູ້ມັກເດີນທາງສາມາດຈັບຈອງປີ້Eco-classໃນລາຄາຕໍ່າສຸດ 0 ກີບ(ບໍ່ລວມພາສີ ແລະ ຄ່າທຳນຽມ,ມີຈຳນວນຈຳກັດ). ຂໍ້ສະເໜີນີ້ສາມາດໃຊ້ໄດ້ກັບທຸກບໍລິການພາຍໃນປະເທດຫວຽດນາມ ແລະ ເສັ້ນທາງຕ່າງປະເທດໃນຖ້ຽວບິນລະຫວ່າງວັນທີ 01 ຕຸລາ 2024 ຫາ ວັນທີ 22 ພຶດສະພາ 2025(ເປັນໄປຕາມຂໍ້ກຳນົດ ແລະ ເງື່ອນໄຂ).
ຂະນະດຽວກັນVietJetຍັງມອບສ່ວນຫລຸດສູງສຸດ30%ສໍາລັບປີ້ຊັ້ນທຸລະກິດ ແລະSky Boss (ບໍ່ລວມພາສີ ແລະ ຄ່າທຳນຽມ,ມີຈຳນວນຈຳກັດ) ຈົນຮອດວັນທີ16ກັນຍາ2024.ໂປຣໂມຊັນນີ້ໃຊ້ໄດ້ກັບຖ້ຽວບິນລະຫວ່າງວັນທີ 01ຕຸລາ ຫາ ວັນທີ30ພະຈິກ2024ຊຶ່ງຜູ້ໂດຍສານຈະໄດ້ຮັບການບໍລິການ "Wings for Leader"ທີ່ສານສາມາດສຳຜັດປະສົບການພິເສດເຊັ່ນ: ການເຊັກອິນກ່ອນໃຜ,ສິດການໃຊ້ຫ້ອງຮັບແຂກສ່ວນຕົວແລະ ຮັບປະທານອາຫານສົດໆແບບບໍ່ຈຳກັດ. ນອກຈາກນັ້ນ,ໃນລະຫວ່າງວັນທີ10ກັນຍາ ຫາ30ພະຈິກ2024,ສະມາຊິກSky Joyສາມາດໄດ້ຮັບຄະແນນສູງເຖິງ1.000 Sky Pointsສໍາລັບທຸກໆທຸລະກໍາມູນຄ່າ1.000.000ດົ້ງ (ປະມານ900.000ກີບ) (ຕາມເງື່ອນໄຂ),ສາມາດແລກເອົາຂອງຂວັນໄດ້ຫລາຍກວ່າ250ຍີ່ຫໍ້.VietJetມີຖ້ຽວບິນໄປ-ກັບ4ຖ້ຽວຕໍ່ອາທິດໃນເສັ້ນທາງ ນະຄອນຫລວງວຽງຈັນ-ນະຄອນຫລວງໂຮ່ຈີ່ມິງໃຫ້ປະຊາຊົນລາວໄປເຫັນນະຄອນໃຫຍ່ທີ່ສຸດຂອງຫວຽດນາມ ແລະ ຍັງສາມາດເດີນທາງໄປຍັງຈຸດໝາຍປາຍທາງອື່ນໆໃນທົ່ວພາກພື້ນອາຊີ-ປາຊີຟິກ ຜ່ານການເຊື່ອມຕໍ່ຂອງVietJet. ທ່ານສາມາດຈອງປີ້ໄດ້ທີ່www.vietjetair.comຫລື ຜ່ານແອັບVietJet Air.
财经阅读排行
-
0 阅读 2024-11-10 15:30
-
0 阅读 2024-11-10 10:38
-
0 阅读 2024-11-10 10:36
-
0 阅读 2024-11-10 10:35
-
0 阅读 2024-11-10 10:34
财经热门推荐
-
0 阅读 2024-11-10 10:38
-
0 阅读 2024-11-10 10:36
-
0 阅读 2024-11-10 10:35
-
0 阅读 2024-11-10 10:34
-
0 阅读 2024-11-10 10:33
大家都在看
-
ຊຽງຂວາງ ຄຸ້ມຄອງການລົງທຶນ ຢ່າງມີປະສິດທິຜົນດີຂຶ້ນ
2024-11-10 10:38
1图
-
ອຸດົມໄຊ ສຸມໃສ່ຜະລິດກະສິກຳເປັນສິນຄ້າ ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ
2024-11-10 10:36
2图
-
ສາຍການບິນຫວຽດເຈັດ ມີຜົນກຳໄລເກີນຄາດໝາຍ 21%
2024-11-10 10:35
2图
-
6 ເດືອນຕົ້ນປີນີ້ ລາວ ນໍາເຂົ້າ-ສົ່ງອອກ ສິນຄ້າ ບັນລຸ 7.754 ລ້ານໂດລາສະຫະລັດ
2024-11-10 10:34
3图
-
ເພີ່ມທະວີແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ
2024-11-10 10:33
1图
评论