ຊຽງຂວາງ ຄຸ້ມຄອງການລົງທຶນ ຢ່າງມີປະສິດທິຜົນດີຂຶ້ນ
- A+
- A-
*ຊຽງຂວາງເອົາໃຈໃສ່ປະຕິບັດວຽກງານສົ່ງເສີມການລົງທຶນ ຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດມີປະສິດທິຜົນດີຂຶ້ນສະແດງອອກໃນໄລຍະ 6 ເດືອນຕົ້ນປີ 2024 ສາມາດປະຕິບັດໄດ້ທັງໝົດ 319 ຫົວໜ່ວຍ, ມູນຄ່າທັງໝົດ 711,52 ຕື້ກີບ, ເທົ່າກັບ 49,16%ຂອງແຜນການປີ. ໃນນັ້ນ, ກິດຈະການທີ່ຂຶ້ນກັບພະແນກແຜນການ ແລະ ການລົງທຶນສາມາດອະນຸຍາດການລົງທຶນໄດ້ 3 ໂຄງການ, ມູນຄ່າການລົງທຶນທັງໝົດ 26,15 ຕື້ກີບ (ໃນນີ້, ເປັນໂຄງການທີ່ຂັ້ນແຂວງອະນຸຍາດ) ແລະ ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈໄດ້ 4 ໂຄງການ.ໃນໄລຍະ 6 ເດືອນຕົ້ນປີ 2024 ທົ່ວແຂວງສາມາດລະດົມການລົງທຶນທົ່ວສັງຄົມໄດ້ທັງໝົດ 1.915,26 ຕື້ກີບເທົ່າກັບ 43,87% ຂອງແຜນການປີ, ໃນນັ້ນ: ການລົງທຶນຂອງລັດ 71,53 ຕື້ກີບ, ກວມ 3,73%, ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ 771,52 ຕ້ືກີບ, ກວມ 37,15%, ທຶນຊ່ວຍເຫລືອ ແລະ ກູ້ຢືມ 168,09 ຕື້ກີບ ກວມ 8,78% ແລະ ສິນເຊ່ືອທະນາ ຄານ 964,12 ຕື້ກີບ, ກວມ 50,34%. ແລະ ກູ້ຢືມ 168,09 ຕື້ກີບ ກວມ 8,78% ແລະ ສິນເຊ່ືອທະນາ ຄານ 964,12 ຕື້ກີບ, ກວມ 50,34%.
ອຳນາດການປົກຄອງແຂວງ ໄດ້ໃຫ້ຄວາມສຳຄັນຕໍ່ກັບວຽກງານພົວພັນຮ່ວມມືກັບຕ່າງປະເທດ ໄດ້ເອົາໃຈໃສ່ຊີ້ນໍາການຈັດຕັ້ງປະຕິບັດກ່ຽວກັບວຽກງານຮ່ວມມືຂັ້ນແຂວງ ເປັນແຕ່ລະໄລຍະເພື່ອຍາດແຍ່ງເອົາການຊ່ວຍເຫລືອຈາກອົງການຈັດຕັ້ງສາກົນ ແລະ ຕ່າງປະເທດ ເພື່ອເປັນແຫລ່ງທຶນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ. ໃນໄລຍະ 6 ເດືອນຕົ້ນປີ 2024 ສາມາດຈັດຕັ້ງປະຕິບັດໄດ້ທັງໝົດ 30 ໂຄງການ, ມູນຄ່າ 11.205.758 ໂດລາ ຫລື ເທົ່າກັບ 168,09 ຕື້ກີບ. ໃນນັ້ນ, ທຶນຊ່ວຍເຫລືອ ODA ມີ 7 ໂຄງການມູນຄ່າ 766.911 ໂດລາ ຫລື ເທົ່າກັບ 11,50 ຕື້ກີບ; ທຶນຊ່ວຍເຫລືອ NGO ມີ 20 ໂຄງການມູນຄ່າ 7.397.780 ໂດລາ ຫລື ເທົ່າກັບ 110,97 ຕື້ກີບ, ທຶນກູ້ຢືມມີ 3 ໂຄງ ການ, ມູນຄ່າ 2.944.107 ໂດລາ ຫລື ເທົ່າກັບ 44,16 ຕື້ກີບ ແລະ ທຶນສົມທົບມູນຄ່າ 96.960 ໂດລາ ຫລື ເທົ່າກັບ 1,45 ຕື້ກີບ.
ໃນໄລຍະ 6 ເດືອນທ້າຍປີ 2024 ນີ້ ແຂວງຊຽງຂວາງ ຈະສູ້ຊົນລະດົມການລົງທຶນທົ່ວສັງຄົມໃຫ້ໄດ້ທັງໝົດ 2.448,29 ຕື້ກີບ. ໃນນັ້ນ, ການລົງທຶນຂອງລັດ 95,25 ຕື້ກີບ, ກວມ 3,89% ຂອງການລະດົມທຶນທັງໝົດ, ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ 735,69 ຕື້ກີບກວມ 30,05% ຂອງ ການລະດົມທຶນທັງໝົດ, ການຊ່ວຍເຫລືອ ແລະ ກູ້ຢືມ 237,25 ຕື້ກີບ, ກວມ 9,69% ຂອງການລະດົມທຶນທັງໝົດ ແລະ ປ່ອຍສິນເຊື່ອທະນາຄານ 1.380.09 ຕື້ກີບ, ກວມ 56,37% ຂອງການລະດົມທຶນທັງໝົດ. ຄາດຄະເນການລົງທຶນ ຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດຈະໄດ້ປະມານ 735,69 ຕື້ກີບ, ການລົງທຶນແມ່ນຕ້ອງສຸມໃສ່ຂະແໜງການທີ່ເປັນທ່າແຮງຂອງ ແຂວງ ເປັນຕົ້ນດ້ານພະລັງງານໄຟຟ້າ, ດ້ານບໍ່ແຮ່, ດ້ານກະສິກຳ ແລະ ອື່ນໆ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນ ພ້ອມທັງຕິດຕາມກວດກາບັນດາຫົວໜ່ວຍທີ່ ໄດ້ຮັບອະນຸມັດໃຫ້ເຄື່ອນໄຫວ ໃຫ້ສອດຄ່ອງກັບລະບຽບກົດໝາຍ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ແລະ ຍາດແຍ່ງເອົາການຊ່ວຍເຫລືອ ແລະ ກູ້ຢືມຈາກຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງໆໃຫ້ໄດ້ 237,25 ຕື້ກີບ, ທຶນດັ່ງກ່າວນີ້ແມ່ນນຳໃຊ້ປະກອບສ່ວນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ເປັນຕົ້ນແມ່ນສຸມໃສ່ການກໍ່ສ້າງພື້ນຖານໂຄງລ່າງ ຮັບໃຊ້ໃຫແກ່ການແກ້ໄຂຊິວິດການເປັນຢູ່ຂອງປະຊາຊົນ, ການສູ້ຊົນບັນລຸເປົ້າໝາຍສະຫັດສະວັດດ້ານການພັດທະນາ, ການພັດທະນາຊັບພະຍາກອນມະນຸດ, ການສົ່ງເສີມການສຶກສາ ແລະ ການສ້າງອາຊີບຄົງທີ່ໃຫ້ປະຊາຊົນ.
ໂດຍ: ຕະວິນຍານ
财经阅读排行
-
0 阅读 2024-11-10 10:38
-
0 阅读 2024-11-10 10:36
-
0 阅读 2024-11-10 10:35
-
0 阅读 2024-11-10 10:34
-
0 阅读 2024-11-10 10:34
财经热门推荐
-
0 阅读 2024-11-10 10:38
-
0 阅读 2024-11-10 10:36
-
0 阅读 2024-11-10 10:35
-
0 阅读 2024-11-10 10:34
-
0 阅读 2024-11-10 10:33
大家都在看
-
ຊຽງຂວາງ ຄຸ້ມຄອງການລົງທຶນ ຢ່າງມີປະສິດທິຜົນດີຂຶ້ນ
2024-11-10 10:38
1图
-
ອຸດົມໄຊ ສຸມໃສ່ຜະລິດກະສິກຳເປັນສິນຄ້າ ເພື່ອແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ
2024-11-10 10:36
2图
-
ສາຍການບິນຫວຽດເຈັດ ມີຜົນກຳໄລເກີນຄາດໝາຍ 21%
2024-11-10 10:35
2图
-
6 ເດືອນຕົ້ນປີນີ້ ລາວ ນໍາເຂົ້າ-ສົ່ງອອກ ສິນຄ້າ ບັນລຸ 7.754 ລ້ານໂດລາສະຫະລັດ
2024-11-10 10:34
3图
-
ເພີ່ມທະວີແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ
2024-11-10 10:33
1图
评论