ເສດຖະກິດເມືອງນານ ຂະຫຍາຍຕົວຕໍ່ເນື່ອງ
- A+
- A-
*ທ່ານຄຳເກັ່ງຈັນທະວິສຸກເລຂາພັກເມືອງເຈົ້າເມືອງໆນານແຂວງຫລວງພະບາງໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຜ່ານມາ, ຄະນະພັກເມືອງນານໄດ້ພ້ອມກັນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງແລະມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງຄະນະພັກເມືອງນານແລະແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງວາງອອກໃຫ້ປະກົດຜົນເປັນຈິງ. ເຖິງຈະພົບບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ການເງິນທີ່ຍັງທ້າທາຍຕໍ່ກັບການພັດທະນາເສດຖະກິດ-ສັງຄົມຂອງເມືອງ. ແຕ່ພາຍໃຕ້ການນຳພາ-ຊີ້ນຳຂອງຄະນະບໍລິ ຫານງານພັກເມືອງແລະ ຄະນະພັກທຸກຂັ້ນບວກກັບຄວາມສາມັກຄີເປັນເອກະພາບ, ຄວາມຕັ້ງໜ້າບຸກບືນພວກເຮົາຈຶ່ງສາມາດຍາດເອົາຜົນສໍາເລັດໃນຫລາຍຂົງເຂດດັ່ງນີ້:
ສຳລັບຂົງເຂດເສດຖະກິດໂດຍລວມຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງດ້ວຍຈັງຫວະທີ່ໝັ້ນທ່ຽງ, ໃນລະດັບສະເລ່ຍ 8,6% ຕໍ່ປີລວມຍອດລາຍຮັບພາຍໃນ (GO) ບັນລຸໄດ້ 662,984 ຕື້ກີບ, ສະເລ່ຍລາຍຮັບຕໍ່ຄົນໄດ້ 20.099.560 ກີບ/ຄົນ/ປີຫລືເທົ່າກັບ 1.006 ໂດລາ/ຄົນ/ປີ, ການລົງທຶນຂອງລັດແລະ ເອກະຊົນພາຍໃນແລະຕ່າງປະເທດມີທ່ວງທ່າດີຂຶ້ນ, ສົ່ງເສີມຊາວກະສິກອນນຳໃຊ້ເຕັກນິກວິທະຍາສາດເຂົ້າໃສ່ການຜະລິດສະບຽງອາຫານ, ຜະລິດສິນຄ້າກະສິ ກຳແບບຢືນຍົງ, ຈັດຕັ້ງກຸ່ມຜະລິດ, ກຸ່ມຜູ້ນຳໃຊ້ນໍ້າຊົນລະປະທານ, ສ້າງພື້ນຖານໂຄງລ່າງທີ່ເອື້ອອຳນວຍຄວາມສະດວກໃຫ້ແກ່ການຜະລິດເຊັ່ນ: ກໍ່ສ້າງ, ປົກປັກຮັກສາແລະສ້ອມແປງຊົນລະປະທານທີ່ມີແລ້ວໃຫ້ສາມາດນຳໃຊ້ໄດ້ຍາວນານ, ຊຸກຍູ້ບັນດາບໍລິສັດ, ນັກທຸລະກິດມາລົງທຶນໃຫ້ຫລາຍພ້ອມທັງຜູກພັນສັນຍາສອງສົ້ນກັບປະຊາຊົນເຂົ້າໃນການຜະລິດເປັນສິນຄ້າດຳເນີນການຝຶກອົບຮົມວິຊາການການປູກຝັງ-ລ້ຽງສັດໃຫ້ແກ່ຊາວກະສິກອນເຮັດໃຫ້ຂະບວນການຜະລິດສິນຄ້າແລະຄອບຄົວຕົວແບບເກີດຂຶ້ນຢູ່ຫລາຍບ້ານ.
ທ່ານກ່າວໃຫ້ຮູ້ຕື່ມວ່າ: ໃນໄລຍະຜ່ານມາໄດ້ຕິດຕາມຄຸ້ມຄອງທຶນທີ່ໄດ້ຮັບການສະໜັບສະໜູນຈາກພາຍໃນແລະຕ່າງປະເທດເພື່ອພັດທະນາເມືອງລວມມີ 12 ໂຄງ ການລວມມູນຄ່າ 39.555.356.959ກີບ; ໃນນັ້ນທຶນຂອງລັດຖະບານມີ 5 ໂຄງການລວມມູນຄ່າ:33.228.432.959 ກີບ, ທຶນຊ່ວຍເຫລືອຈາກອົງການສາກົນຕ່າງໆມີ 7 ໂຄງ ການລວມມູນຄ່າ 6.326.924.000 ກີບ. ການປະຕິບັດວິໄນຂອງການເງິນມີຄວາມເຂັ້ມແຂງກ່ວາເກົ່າຕິດພັນກັບການປັບປຸງກົງຈັກການຈັດຕັ້ງພວກເຮົາໄດ້ສຸມໃສ່ການຄຸ້ມຄອງລາຍຮັບ-ລາຍຈ່າຍ, ຄຸ້ມຄອງຫົວໜ່ວຍທຸລະກິດໃຫ້ເຂົ້າສູ່ລະບຽບຫລັກການຂອງການເງິນ, ພ້ອມທັງເຄື່ອນໄຫວສະກັດກັ້ນການລັກລອບເຄື່ອນຍ້າຍສິນຄ້າໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍເພື່ອຮັບປະ ກັນຄວາມໂປ່ງໃສຈໍາກັດຊ່ອງວ່າງການຮົ່ວໄຫລ, ແຜນການປີ 2023 ທັງໝົດ 7.142.338 ກີບ, ຜ່ານການເກັບລາຍຮັບເຂົ້າງົບປະມານຕົວຈິງໃນ6ເດືອນຕົ້ນປີປະຕິບັດໄດ້1.915.998.446ກີບເທົ່າກັບ26,82%ດ້ານລາຍຈ່າຍງົບປະມານຂອງລັດໄດ້ຫັນເຂົ້າສູ່ລະບຽບຫລັກການຢ່າງເຂັ້ມງວດ.ການສົ່ງເສີມແລະການຄຸ້ມຄອງວິສາຫະກິດຂະໜາດນ້ອຍແລະຂະໜາດກາງມີບັນຍາກາດດີຂຶ້ນໂດຍໄດ້ເປີດສູນບໍລິການເພື່ອແນະນໍາສົ່ງເສີມແລະສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການດໍາເນີນທຸລະກິດສາມາດເຂົ້າເຖິງແຫລ່ງທຶນຫລາຍຂຶ້ນ,ເອົາໃຈໃສ່ສຶກສາອົບຮົມໃຫ້ປະຊາຊົນເຫັນໄດ້ຄວາມສໍາຄັນແລະປະກອບສ່ວນເຂົ້າໃນການປົກປັກຮັກສາສິ່ງແວດລ້ອມ,ສະກັດກັ້ນການຖາງປ່າ,ປ່າຍອດຫ້ວຍ,ປ່າແຫລ່ງນ້ຳ,ສະກັດກັ້ນໄຟໄໝ້ລາມປ່າ,ອະນຸລັກສັດນ້ຳ-ສັດປ່າທີ່ຫວງຫ້າມ,ການສໍາຫລວດ,ວັດແທກຕອນດິນ,ຂຶ້ນທະບຽນຕອນດິນໄດ້ຫັນເຂົ້າສູ່ລະບຽບຫລັກການເທື່ອລະກ້າວ.ໂຄ່ງລ່າງພື້ນຖານໄດ້ຮັບການປັບປຸງຍົກລະດັບເປັນ ຕົ້ນເສັ້ນທາງຫລວງພາຍໃນເມືອງ,ເຂດຊົນນະບົດທີ່ຖືກຜົນກະທົບໃນລະດູຝົນໄດ້ຮັບການສ້ອມແປງສາ ມາດທຽວໄດ້ເປັນປົກກະຕິ.ສົມທົບກັບພະແນກເຕັກໂນໂລຊີແລະການສື່ສານແຂວງຂຶ້ນທະບຽນຜູ້ປະກອບການກ່ຽວກັບການຊື້-ຂາຍແລະສ້ອມແປງອຸປະກອນໂທລະຄົມຢູ່ພາຍໃນເມືອງເປັນປົກກະຕິ,ປັບປຸງຂອດການບໍລິການດ້ານໄປສະນີເພື່ອຮັບໃຊ້ປະຊາຊົນສະດວກແລະວ່ອງໄວຂຶ້ນ.ຄຽງຄູ່ກັບຜົນງານທີ່ຍາດມາໄດ້ນັ້ນຍັງມີບາງດ້ານທີ່ຄວນເອົາໃຈໃສ່ແກ້ໄຂເປັນຕົ້ນການຄົ້ນຄວ້າປັບປຸງແຜນຍຸດທະສາດ,ແຜນພັດທະນາຮອບດ້ານຍັງມີຈໍານວນໜຶ່ງເປັນແຜນລວມໆການເກັບກໍາຖານຂໍ້ມູນລາຍຮັບຍັງບໍ່ທັນຊັດເຈນ,ການເກັບລາຍຮັບເຂົ້າງົບປະມານບໍ່ທັນແຂງແຮງເທົ່າທີ່ຄວນ,ການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າບໍ່ທັນມີຈຸດສຸມ,ການນໍາໃຊ້ເຕັກນິກ-ວິທະຍາສາດເຕັກໂນໂລຊີເຂົ້າສູ່ການຜະລິດບໍ່ທັນກວ້າງຂວາງ,ການພັດທະນາວິສາຫະກິດຂະໜາດນ້ອຍ-ຂະໜາດກາງຕິດພັນກັບທ່າແຮງແລະມູນເຊື້ອຂອງປະຊາຊົນຍັງເຮັດບໍ່ທັນໄດ້ດີ.
财经阅读排行
-
0 阅读 2024-11-10 10:34
-
0 阅读 2024-11-10 10:34
-
0 阅读 2024-11-10 10:33
-
0 阅读 2024-11-10 10:31
财经热门推荐
-
0 阅读 2024-11-10 10:34
-
0 阅读 2024-11-10 10:33
评论