ສາຍການບິນຫວຽດເຈັດ ມີຜົນກຳໄລເກີນຄາດໝາຍ 21%

  ຂປລ. ບໍລິສັດການບິນຫວຽດເຈັດ (Vietjet)(HOSE: VJC)ໄດ້ອອກຖະແຫລງການກ່ຽວກັບການເງິນໃນໄລຍະ6ເດືອນ​ຕົ້ນປີ2024ຊຶ່ງຜົນປະກອບການ​ຂອງVietjetເພີ່ມຂຶ້ນກວ່າໄລຍະ​ກ່ອນການລະບາດຂອງພະຍາດໂຄວິດ ໃນປີ​​2019ໂດຍສາຍ​ການ​ບິນ​ໄດ້​ຂົນ​ສົ່ງ​ຜູ້​ໂດຍສານ​ທັງ​ໝົດ13,1ລ້ານ​ຄົນ ດ້ວຍ70.154ຖ້ຽວ​ບິນ​ທີ່​ປອດ​ໄພ, ເຮັດໃຫ້ມີລາຍ​ຮັບ​ສະສົມຈາກການ​ຂົນ​ສົ່ງ​ທາງ​ອາກາດ​ລວມທີ່ ​32.893ພັນຕື້​ດົ້ງ (ປະມານ28ພັນຕື້​ກວ່າ​ກີບ),​ເພີ່ມ​ຂຶ້ນ31%​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ຜ່ານມາ. ກໍາໄລ​ກ່ອນ​ຫັກອາກອນໃນ​ຊ່ວງໄລ​ຍະ​ນີ້ຢູ່ທີ່1.174ພັນ​ຕື້​ດົ້ງ (ປະ​ມານ1ພັນ​ຕື້​ກີບ​),ເພີ່ມ​ຂຶ້ນເຖິງ690%ເມື່ອ​ທຽບ​ໃສ່​ປີ​ຜ່ານ​ມາ. ລາຍຮັບລວມຂອງVietjetໃນເຄິ່ງປີ2024ຢູ່ທີ່34.016ພັນຕື້ດົ້ງ (ປະມານ30ພັນຕື້ກີບ),ກໍາໄລກ່ອນຫັກອາກອນແມ່ນ1.311ພັນຕື້ດົ້ງ (ປະມານ1.16ພັນຕື້ກີບ),ກວມເອົາ15%ແລະ433%ເມື່ອທຽບປີຕໍ່ປີ, ກໍາໄລຖືວ່າເກີນຄາດໝາຍທີ່ວາງໄວ້ເຖິງ21%.

  Vietjetໄດ້ດໍາເນີນງານບໍລິການເສັ້ນທາງການບິນຫລາຍກວ່າ 149 ເສັ້ນທາງພາຍໃນປະເທດຫວຽດນາມ ແລະຕ່າງປະເທດ,ໃນນັ້ນເສັ້ນທາງພາຍໃນປະເທດມີ 38 ເສັ້ນທາງ ແລະ ເສັ້ນທາງລະຫວ່າງປະເທດມີ 111 ເສັ້ນທາງ. ໃນເດືອນກຸມພາ 2024Vietjetໄດ້ເປີດສາຍການບິນໃໝ່ ທີ່ເຊື່ອມຕໍ່ນະຄອນໂຮ່ຈີ່ມິນ ກັບນະຄອນຫລວງວຽງຈັນ ດ້ວຍຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດໃນວັນຈັນ,ວັນພຸດ,ວັນສຸກ ແລະ ວັນອາທິດ ເວລາເດີນທາງແມ່ນພຽງແຕ່ 1 ຊົ່ວໂມງ 45 ນາທີ. ອີກທັງໄດ້​ເຊື່ອມຕໍ່​ເສັ້ນທາງ​ການບິນ​ສຳລັບ​ນັກທ່ອງທ່ຽວ​ຈາກ​ລາວ ​ທີ່ຈະເດີນທາງ​ຕໍ່​ໄປ​ຍັງຈຸດ ໝາຍປາຍທາງອື່ນໆ ບໍ່ວ່າຈະເປັນ​ປະ​ເທດ​ອົດສະຕຣາລີ,ອິນ​ເດຍ,​ສ ເກົາຫລີ,ຍີ່​ປຸ່ນ,ຈີນ,ອິນ​ໂດ​ເນ​ເຊຍ,​ໄທ,ສິງກະ​ໂປ,ມາ​ເລ​ເຊຍ,ກາ​ຊັກ​ສະຖານ ​ແລະ​ອື່ນໆ.

  ເມື່ອບໍ່ດົນນີ້,ບໍລິສັດVietjet​ ແລະ ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ ​ໄດ້​ປະກາດ​ຂໍ້​ຕົກລົງ​ຊຸກຍູ້​ການ​ເຊື່ອມຕໍ່​ທາງ​ອາກາດ​ ລະຫວ່າງ ຫວຽດນາມ ​ແລະ ລາວ. ໃນປັດຈຸບັນສາຍການບິນກຳລັງດຳເນີນການສ້າງສູນບຳລຸງຮັກສາເຮືອບິນທີ່ທັນສະໄໝໃນລະດັບພາກພື້ນ ໂດຍຮ່ວມມືກັບ ສາຍການບິນລາວ ຢູ່ທີ່ສະໜາມບິນສາກົນວັດໄຕ. ຂະນະດຽວກັນVietjet Aviation Academy (VJAA)ໄດ້ຍຶດໝັ້ນຍຸດທະສາດ ແລະ ສ້າງວິໄສທັດ ພັດທະນາບຸກຄາລະກອນດ້ານການບິນຕາມມາດຕະຖານສາກົນ.ໃນເຄິ່ງປີທຳອິດVJAAໄດ້ຝຶກອົບຮົມໃຫ້ບຸກຄະລາກອນຫລາຍກວ່າ 43.000 ຄົນໃນ 3.898 ຫລັກສູດ,ລວມມີຫລັກສູດນັກບິນ ແລະ ວິສະວະກອນເຮືອບິນ (CRS).ສະຖາບັນຍັງໄດ້ມອບໃຫ້ຫ້ອງນັກບິນຈໍາລອງເພື່ອເສີມຂະຫຍາຍສະຖານະພາບເປັນສູນຝຶກອົບຮົມນັກບິນສາກົນອັນດັບຕົ້ນຂອງພາກພື້ນ.Vietjetໄດ້ຕ້ອນຮັບນັກສຶກສາຝຶກ ງານຫລາຍຄົນ ມາສຶກສາສະພາບແວດລ້ອມໃນການເຮັດວຽກລະດັບປະເທດ,ເພື່ອມອບຄວາມຮູ້ ແລະ ປະສົບການຕົວຈິງໃຫ້ກັບເຂົາເຈົ້າ. ສາຍ​ການ​ບິນ​ຍັງ​ໄດ້ກຽມຄວາມພ້ອມ​ກັບ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ກ່ຽວ​ກັບ​ການ​ປະ​ຖົມ​ນິ​ເທດ​ການ​ເຮັດ​ວຽກ​ໃຫ້ກັບ​ນັກ​ສຶກ​ສາ,ໂດຍແນະ​ນໍາ​ກາ​ລະ​ໂອ​ກາດ​ເຮັດ​ວຽກ​ຢູ່Vietjet.

  ເພື່ອສະໜັບສະໜູນການຂະຫຍາຍຕົວການບິນທົ່ວໂລກ, Vietjetໄດ້ລົງນາມກັບບໍລິສັດAirbusສັ່ງຊື້ເຮືອບິນA330neoຈຳນວນ 20 ລຳ ມູນຄ່າ 7,4 ຕື້ໂດລາສະຫະລັດ ທີ່ງານວາງສະແດງການບິນສາກົນ (Farnborough) ໃນເດືອນ ກໍລະກົດ 2024 ທີ່ຜ່ານມາ. ພ້ອມນີ້Vietjetຍັງໄດ້ຮັບກຽດຈາກວາລະສານການເງິນສາກົນInternational Financeໃຫ້ເປັນ“ສາຍການບິນລາຄາທີ່ປະຢັດທີ່ດີທີ່ສຸດໃນອາຊີຕາເວັນອອກສຽງໃຕ້”ແລະ“ສາຍການບິນດີທີ່ສຸດດ້ານການບໍລິຫານການເງິນ ການບິນຂອງຫວຽດນາມ”;“ສາຍການບິນລາຄາທີ່ປະຢັດສຸດພິເສດ”ແລະ“ສາຍການບິນດ້ານການບໍລິການເທິງຖ້ຽວບິນໃນລາຄາດີທີ່ສຸດ”ໂດຍຈັດອັນດັບໃນAirlineRatingsແລະ ຕິດຢູ່ໃນລາຍຊື່ 50 ບໍລິສັດທີ່ດີທີ່ສຸດຂອງForbesໃນຫວຽດນາມປະຈຳປີ 2024.

评论

  • 相关推荐
  • 新闻
  • 娱乐
  • 体育
  • 财经
  • 汽车
  • 科技
  • 房产
  • 军事