ຍົກລະດັບຄວາມຮູ້ໃຫ້ຄູຊັ້ນປະຖົມ ສຶກສາ ກຽມພ້ອມເປີດສົກຮຽນໃໝ່

  ຂປລ. ​ເມື່ອ​ບໍ່​ດົນ​ມາ​ນີ້, ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ຜ່ານແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າເຖິງ ສຳລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ)ເປີດຝຶກອົບຮົມ ຍົກລະດັບຄວາມຮູ້ໃຫ້ຄູ ຊັ້ນປະຖົມສຶກສາໃນ7ແຂວງເປົ້າໝາຍ (ບໍ່ແກ້ວ,ຫລວງນ້ຳທາ,ຜົ້ງສາລີ,ຫົວພັນ,ຊຽງຂວາງ,ສະຫວັນນະເຂດ ແລະ ຄຳມ່ວນ) ເພື່ອກະກຽມຄວາມພ້ອມໃນ ການເປີດສົກຮຽນໃໝ່ໃນຫົວຂໍ້“ຝຶກອົບຮົມວຽກສຶກສານິເທດພາຍໃນ”ແນໃສ່ພັດທະນາວິຊາຊີບຄູ ແບບຕໍ່ເນື່ອງໃຫ້ກວ້າງອອກໄປສູ່ທ້ອງຖິ່ນ ເພື່ອແບ່ງຂັ້ນຄຸ້ມຄອງ ໃນດ້ານການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງ

  ທ່ານ ເກດ ​ພັນ​ລັກ ຫົວໜ້າ​ກົມ​ສ້າງ​ຄູກະຊວງສຶກສາທິການ ແລະ ກິລາ ໄດ້ມີ​ຄຳ​ເຫັນວ່າ: ຄູ​​ມີ​ບົດບາດ​ສຳຄັນ​ໃນ​ການ​ຮຽນ ທີ່ປະສົບຜົນສຳເລັດ​ ​ແລະ ອະນາຄົດ​ຂອງ​ໄວ​ໜຸ່ມ, ຄູ່ເປັນຜູ້ນໍາເອົາຫລັກ ສູດ ຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ມານຳໃຊ້ໃນຫ້ອງຮຽນຕົວຈິງ. ​ເຖິງຢ່າງໃດກໍ່ຕາມ,​ຄູຍັງ​ຕ້ອງ ການ​ການ​ສະໜັບສະໜູນ​ຢ່າງ​ຕໍ່​ເນື່ອງ ​ເພື່ອ​ປັບຕົວໃຫ້ຄຸ້ນເຄີຍກັບ ການ​ຮຽນ-ການສອນ ​ຫລັກສູດ​ຊັ້ນປະຖົມສຶກສາ ສະບັບ​ປັບປຸງ​ຢ່າງ​ຄົບ​ຖ້ວນ. ດ້ວຍເຫດນີ້,ລັດຖະບານອົດສະຕຣາລີ,ຈຶ່ງໄດ້ເນັ້ນໃສ່ການພັດທະນາວິຊາຊີບຄູ ໃນໄລຍະທີ2ຂອງແຜນງານບີຄວາ ແລະ ສ້າງລະບົບການສະໜັບສະໜູນຄູຕະ ຫລອດສົກຮຽນ.

  ທ່ານ ​ນາງ ວາເນັດຊ້າ ເຮັກກາທີ້​ເລ​ຂາ​ເອກ,ສະ​ຖານ​ທູດ​ອົດ​ສະ​ຕຣາ​ລີ ໄດ້ກ່າວວ່າ: ລັດຖະ ບານອົດສະຕຣາລີ ຈະຊ່ວຍເຫລືອຂະແໜງການສຶກສາໃນລາວ ເປັນຕົ້ນ ການສ້າງຄວາມເຂັ້ມແຂງໃຫ້ແກ່ຄູ ດ້ວຍວິທີການການສອນ ແລະ ສື່ການຮຽນ-ການສອນແບບໃໝ່ ຜ່ານຫລັກສູດ ສະບັບປັບປຸງ. ຄູແມ່ນໃຈກາງຂອງການຮຽນຮູ້ຂອງນັກຮຽນ, ເປົ້າໝາຍຂອງພວກເຮົາ ແມ່ນເພື່ອສ້າງຄວາມໝັ້ນໃຈ ແລະ ທັກສະຂອງຄູ ໂດຍການຊ່ວຍໃຫ້ເຂົາເຈົ້າເຂົ້າເຖິງ ການຊ່ວຍເຫລືອ ທີ່ມີຄຸນນະພາບສູງ ແລະ ການພັດ ທະນາວິຊາຊີບຢ່າງເປັນປົກກະຕິ.ຊຸດອົບຮົມຄັ້ງ​ນີ້​, ເປັນ​ຄັ້ງ​ທີ4ຜູ້ເຂົ້າຮ່ວມໄດ້ຮຽນຮູ້ນໍາໃຊ້ຄູ່ມືຄູ ເພື່ອປັບບົດຮຽນສໍາລັບຫ້ອງຄວບ ແລະ ຄໍາແນະນໍາສຳລັບ ກິດຈະກໍາພິເສດສໍາລັບນັກຮຽນ ທີ່ເຮັດກິດຈະກຳແລ້ວໄວ. ນອກນີ້, ຍັງໄດ້ຮຽນຮູ້ກ່ຽວກັບການສອນເປັນຄູ່ ເຊິ່ງເປັນກິດຈະກຳໜຶ່ງຂອງ ການພັດທະນາວິຊາຊີບຄູ ແບບຕໍ່ເນື່ອງ ທີ່ຄູ ແລະ ຜູ້ເຮັດວຽກສຶກສານິເທດພາຍໃນ ໃຫ້ມີການຊຸກຍູ້ຊ່ວຍເຫລືອຢູ່ເລື້ອຍໆ

评论

  • 相关推荐
  • 新闻
  • 娱乐
  • 体育
  • 财经
  • 汽车
  • 科技
  • 房产
  • 军事