ໂຮງຮຽນທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ຢູ່ແຂວງຫລວງນໍ້າທາ ໄດ້ຮັບການຊ່ວຍເຫລືອ

  ຂປລ. ກະຊວງສຶກສາທິການ ແລະ ກິລາ ແລະ ອົງການອຸຍນີເຊບ ປະຈໍາ ສປປ ລາວນໍາໂດຍ ທ່ານພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ບິລາລ ດູຣານິ ຜູ້ຕາງໜ້າອົງການອຸຍນີເຊບປະຈຳ ສປປ ລາວລົງຢ້ຽມຢາມບັນດາໂຮງຮຽນ ທີ່ໄດ້ຮັບຜົນກະທົບໄພນ້ຳຖ້ວມຢູ່ເມືອງຫລວງນໍ້າທາ ເພື່ອປະເມີນຄວາມເສຍຫາຍ, ຄວາມຕ້ອງການ ແລະ ສ້າງເງື່ອນໄຂໃນການດຳເນີນ ການຮຽນ-ການສອນ, ພ້ອມທັງມອບອຸປະ ກອນຊ່ວຍເຫລືອ ໃຫ້ແກ່ໂຮງຮຽນ ເເລະ ນັກຮຽນຈຳນວນ5.500ຄົນ ທີ່ໄດ້ຮັບຜົນກະທົບ.

  ການຢ້ຽມຢາມຄັ້ງນີ້,ຄະນະດັ່ງກ່າວໄດ້ພົບປະກັບບັນດານັກຮຽນ, ຄູ ເເລະ ຜູ້ບໍລິຫານໃນເເຂວງ ແລະ ໄດ້ມອບອຸ​ປະ​ກອນ​ດ້ານການ​ສຶກ​ສາ ​ແລະ ອຸ​ປະ​ກອນ​ດ້ານ​ນໍ້າ,ສຸຂາພິບານ ແລະ ສຸຂະອະນາໄມ ໃຫ້ເເກ່ບັນດາໂຮງຮຽນ ທີ່ໄດ້ຮັບຜົນກະທົບ ເຊິ່ງອົງການອຸຍນີເຊບປະຈຳ ສປປ ລາວ ຍັງໄດ້ໃຫ້ຄຳໝັ້ນສັນຍາ ໃນການສືບຕໍ່ສະໜອງ ການສະໜັບສະໜູນໃຫ້ ຜູ້ທີ່ໄດ້ຮັບຜົນກະທົບ ຕື່ມອີກ.

  ໂອກາດນີ້,ທ່ານພຸດ ສິມມາລາວົງ ໄດ້ເນັ້ນໜັກເຖິງຄວາມເອົາໃຈໃສ່ ຂອງລັດຖະບານ ກໍຄື ກະຊວງສຶກສາທິການ ເເລະ ກິລາ ໃນການຮັບປະກັນການຮຽນຢ່າງຕໍ່ເນື່ອງ ໃນເວລາເກີດເຫດສຸກເສີນ.ທ່ານລັດຖະມົນຕີໄດ້ກ່າວວ່າ:ການສຶກສາ ແມ່ນມີຄວາມສຳຄັນຫລາຍ ໃນການປົດລັອກທ່າແຮງ ຂອງເດັກນ້ອຍ. ດັ່ງນັ້ນ, ພວກເຮົາບໍ່ສາມາດປ່ອຍໃຫ້ເຫດການສຸກເສີນໃດໆ ເຮັດໃຫ້ການສຶກສາ ຂອງພວກເຂົາຢຸດຊະງັກໄດ້, ກະຊວງສຶກສາທິການ ແລະ ກິລາໄດ້ເອົາໃຈໃສ່ທຸກຄວາມພະຍາຍາມ ເພື່ອຫລຸດຜ່ອນຜົນກະທົບ ຈາກໄພນໍ້າຖ້ວມຕໍ່ກັບໂຮງຮຽນ ຢູ່ແຂວງຫລວງນ້ຳທາ, ບັນດາເມືອງ ເເລະ ແຂວງອື່ນໆທີ່ໄດ້ຮັບຜົນກະທົບເຊັ່ນດຽວກັນ.ພວກເຮົາເຮັດວຽກຢ່າງໃກ້ຊິດ ກັບຄູ່ຮ່ວມພັດທະນາ ເຊັ່ນ:ອົງການອຸຍນີເຊບເພື່ອສະໜອງອຸປະກອນທີ່ຈໍາເປັນ,ລວມທັງອຸປະກອນການຮຽນ-ການສອນ ແລະ ການຊ່ວຍເຫລືອທາງດ້ານຈິດໃຈ ເພື່ອຊ່ວຍໃຫ້ນັກຮຽນ ແລະ ຄູ-ອາຈານ ສາມາດເອົາຊະນະເຫດການອັນທ້າທາຍນີ້.

  ທ່ານ ບິລາລ ດູຣານິກໍໄດ້ກ່າວຢ້ຳຄືນຄຳໝັ້ນສັນຍາຂອງ ອົງການອຸຍນີເຊບ ທີ່ຈະໃຫ້ການຊ່ວຍເຫລືອ ເເກ່ຊຸມຊົນທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມ.ອົງການອຸຍນີເຊບ ພ້ອມທີ່ຈະໃຫ້ການສະໜັບສະໜູນ ເເກ່ກະຊວງສຶກສາທິການ ແລະ ກິລາ ເພື່ອຟື້ນຟູການສຶກສາ ຂອງເດັກນ້ອຍທີ່ໄດ້ຮັບຜົນກະ ທົບຈາກໄພນໍ້າຖ້ວມ ແລະ ຊ່ວຍໃຫ້ຊຸມຊົນທີ່ຖືກຜົນກະທົບ ຈາກໄພນ້ຳຖ້ວມໃຫ້ຟື້ນຕົວຄືນຢ່າງໄວ. ອົງການພວກເຮົາເຊື່ອວ່າ ການສຶກສາ ເປັນຄືເຊືອກຊູຊີບ ສໍາລັບເດັກນ້ອຍໃນຊ່ວງເວລາສຸກເສີນ ແລະ ພວກເຮົາຢືນຢັນທີ່ຈະສືບຕໍ່ເຮັດວຽກ ເພື່ອຮັບປະກັນວ່າໂຮງຮຽນ,ຄູ-ອາຈານ ແລະ ເດັກນ້ອຍນັກຮຽນທຸກຄົນ ຈະສາມາດເຂົ້າເຖິງອຸປະກອນທີ່ຈໍາເປັນ ເພື່ອສືບຕໍ່ກິດຈະກໍາການຮຽນ-ການສອນ.

  ອົງການອຸຍນີເຊບ ແມ່ນໜຶ່ງໃນບັນດາອົງການທຳອິດ ທີ່ໄດ້ສະໜອງການຊ່ວຍເຫລືອ ຕໍ່ກັບເຫດການໄພນໍ້າຖ້ວມທີ່ເກີດຂຶ້ນຢູ່ໃນ ສປປ ລາວ ໃນເດືອນນີ້.ກ່ອນໜ້ານີ້, ອົງການອຸຍນີເຊບ ຍັງໄດ້ມອບອຸ​ປະ​ກອນ​ດ້ານ​ນໍ້າ,ສຸຂາພິບານ ແລະ ສຸຂະອານາໄມ ເພື່ອເປັນການຊ່ວຍເຫລືອ ບັນເທົາທຸກໃນເບື້ອງຕົ້ນ ໃຫ້ຄອບຄົວທີ່ໄດ້ຮັບ ຜົນກະທົບ ເປັນຕົ້ນ ຢາ, ເມັດຄະລໍລີນສຳລັບຂ້າເຊື້ອໃນນ້ຳດື່ມ, ສະບູ,ຄຸ, ໂອຕັກນໍ້າ,ຜ້າອະນາໄມຜູ້ຍິງ ແລະ ອື່ນໆ.

评论

  • 相关推荐
  • 新闻
  • 娱乐
  • 体育
  • 财经
  • 汽车
  • 科技
  • 房产
  • 军事