ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ໄດ້ຮັບເຄື່ອງດົນຕີ
- A+
- A-
ຂປລ. ທ້າຍອາທິດຜ່ານມາ,ໂຮງຮຽນວິທະຍາໄລສິລະປະສຶກສາ ໄດ້ມອບເຄື່ອງດົນຕີພື້ນເມືອງ ຈຳນວນ5ຊຸດ ໃຫ້ໜ່ວຍສິລະປະ-ວັນນະຄະດີ ສະໝັກຫລິ້ນ ໂຮງຮຽນວັດທະນະທຳຊົນເຜົ່າກອງ ທັບ ລວມມູນຄ່າ7,8ລ້ານກີບ, ມອບໂດຍ ທ່ານ ຈີ້ເຮີ ໄຟບີ ອາຈານສອນດົນຕີພື້ນເມືອງ ໂຮງຮຽນວິທະຍາໄລສິລະປະສຶກສາ,ຕ່າງໜ້າຮັບໂດຍ ສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ພ້ອມດ້ວຍຄະນະ ເຂົ້າຮ່ວມ.
ໂອກາດນີ້,ທ່ານ ພັນເອກ ສະແຫວງ ແດນນາມົນ ໄດ້ສະແດງຂອບໃຈມາຍັງໂຮງຮຽນ ວິທະຍາໄລສິລະປະສຶກສາ ທີ່ເຫັນໄດ້ເຖິງຄວາມສຳຄັນ ທາງດ້ານສິລະປະ-ວັນນະຄະດີ ຂອງນ້ອງນັກ ຮຽນ ແລະ ໄດ້ປະກອບສ່ວນເຄື່ອງດົນຕຕີພື້ນເມືອງໃນຄັ້ງນີ້ ເພື່ອນຳໃຊ້ເຂົ້າໃນວຽກງານ ສິລະປະ-ວັນນະຄະດີ ໃຫ້ນ້ອງນັກຮຽນໄດ້ສຶກສາຮຽນຮູ້ ແລະ ນ້ຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ. ພ້ອມນີ້,ທ່ານ ພັນເອກ ສະແຫວງ ແດນນາມົນ ຍັງລາຍງານໃຫ້ຮູ້ອີກວ່າ: ໂຮງຮຽນວັດທະນະທໍາຊົນເຜົ່າກອງ ທັບ ເປັນໂຮງຮຽນທີ່ຕັ້ງຂຶ້ນໃໝ່ ຍັງຂາດສິ່ງເອື້ອອໍານວຍ ຄວາມສະດວກ ຫລາຍດ້ານ ເປັນຕົ້ນ ວັດຖຸອຸປະກອນຮັບໃຊ້ຫ້ອງການ,ອຸປະກອນການຮຽນ-ການສອນ,ລະບົບຫໍພັກ,ຕຽງນອນ,ບ່ອນຢູ່-ບ່ອນນອນ,ນໍ້າໃຊ້-ນໍ້າອາບ ຍັງບໍ່ພຽງພໍ ກັບຄວາມຕ້ອງການຂອງນ້ອງນ້ອຍ-ນັກຮຽນ. ພ້ອມນີ້ ຍັງຮຽກຮ້ອງໃຫ້ພາກສ່ວນ ທີ່ມີຄວາມສາມາດ ຊ່ວຍກັນອຸປະຖຳ ບັນດາອຸປະກອນຮັບໃຊ້ເຂົ້າໃນ ວຽກງານການຮຽນ-ການສອນ ແລະ ອື່ນໆ ເພື່ອປະກອບສ່ວນເຂົ້າ ໃນວຽກງານຕົວຈິງ ຂອງໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ ຕື່ມອີກ.
ຂ່າວ: ໂອລິນ ມິ່ງມີໄຊ
教育阅读排行
-
0 阅读 2024-11-10 23:35
-
0 阅读 2024-11-10 23:35
-
0 阅读 2024-11-10 23:36
教育热门推荐
-
0 阅读 2024-11-10 23:36
-
0 阅读 2024-11-10 23:35
-
0 阅读 2024-11-10 23:35
评论