ໂຮງຮຽນຫງວຽນຢູ ເປີດການຮຽນ-ການສອນ ສົກ 2024-2025
- A+
- A-
ຂປລ. ໃນວັນທີ11ກັນຍາ2024ນີ້,ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໄດ້ເປີດການຮຽນ-ການສອນ ສົກຮຽນ2024-2025ຢ່າງເປັນທາງການ ໂດຍມີ ທ່ານ ສຳລານ ພັນທະດີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ,ມີຜູ້ຕາງໜ້າຈາກສະຖານທູດຫວຽດນາມ ປະຈໍາ ສປປ ລາວ,ປະທານສະມາຄົມຊາວຫວຽດນາມ ປະຈຳນະຄອນຫລວງວຽງຈັນ,ບັນດາຄູ-ອາຈານ,ຜູ້ປົກຄອງ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
ໂອກາດດັ່ງກ່າວ,ທ່ານ ນາງ ສີວັນເຮືອງ ເພັງຄຳໄມ ຜູ້ອຳນວຍການໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໄດ້ໃຫ້ຮູ້ວ່າ: ໃນສົກຮຽນ2024-2025ນີ້,ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໄດ້ມີການປັບປຸງລະບົບການຮຽນ-ການສອນ ໂດຍເນັ້ນໃສ່ຄຸນນະພາບ ເປັນຫລັກ ອີງຕາມ3ລັກສະນະ, 5ຫລັກມູນ ແລະ3ຂໍ້ແຂ່ງຂັນ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ ໂດຍເນັ້ນໃຫ້ຄູ-ອາຈານ ສຸມໃສ່ພັດທະນາຕົນເອງ,ຫັນເອົາການຮຽນ-ການສອນ ເປັນທັນສະໄໝ ເພື່ອຖ່າຍທອດຄວາມຮູ້ໃຫ້ ນັກຮຽນໄດ້ຢ່າງມີປະສິດສິພາບ,ນອກຈາກປະຕິບັດ ຕາມຫລັກສູດການຮຽນ-ການສອນ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກແລ້ວ,ໂຮງຮຽນ ຍັງໄດ້ເນັ້ນການສອນພາສາຫວຽດນາມ ເປັນຫລັກ ເພື່ອເຮັດໃຫ້ນັກຮຽນທີ່ຮຽນຈົບ ຈາກໂຮງຮຽນດັ່ງກ່າວ ໃຫ້ສາມາດ ຟັງ,ເວົ້າ ແລະ ຂຽນພາສາຫວຽດນາມ ໄດ້ໂດຍພື້ນຖານ.
ທ່ານ ນາງ ສີວັນເຮືອງ ເພັງຄຳໄມ ຍັງໄດ້ໃຫ້ຄຳໝັ້ນສັນຍາວ່າ: ຈະຮ່ວມແຮງຮ່ວມໃຈຮ່ວມກັບພະນັກງານ,ຄູ-ອາຈານ ປະຕິບັດໜ້າທີ່ຂອງຕົນ ໃຫ້ສຳເລັດຜົນ ແລະ ປະຕິບັດຄຳຂວັນທີ່ວ່າ“ສອນດີ-ຮຽນເກັ່ງ”ເພື່ອໃຫ້ພໍ່ແມ່ປະຊາຊົນມີຄວາມເຊື່ອໝັ້ນ ແລະ ໝັ້ນໃຈ ເມື່ອລູກຫລານຂອງຕົນ ໄດ້ຮັບການສຶກສາຮໍ່າຮຽນໃນ ສະພາບແວດລ້ອມການສຶກສາທີ່ກວ້າງຂວາງ,ປອດໄພ ແລະ ມີຄຸນນະພາບ. ພ້ອມທັງ ສະແດງຄວາມເຊື່ອໝັ້ນວ່າ ຄູ-ອາຈານ ແລະ ພະນັກງານ ຂອງໂຮງຮຽນແຕ່ລະຄົນ ຈະພະຍາຍາມ ເປັນແບບຢ່າງດີ ທາງດ້ານແນວຄິດ,ຄຸນສົມບັດສິນທຳ ໃຫ້ແກ່ນັກຮຽນ ແລະ ດ້ວຍຄວາມກະຕືລືລົ້ນ,ຄວາມມານະພະຍາຍາມຂອງຄູ-ອາຈານ ແລະ ນັກຮຽນ, ພ້ອມກັບຄວາມເອົາໃຈໃສ່ຂອງການນຳທຸກຂັ້ນ,ຄູ-ອາຈານ ແລະ ນັກຮຽນຂອງໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ຈະສືບຕໍ່ເສີມຂະຫຍາຍຄໍາຂວັນຂອງໂຮງຮຽນ ໃນການສອນດີ-ຮຽນເກັ່ງ,ບັນລຸເປົ້າໝາຍໃນສົກຮຽນໃໝ່ນີ້.
ໃນສົກຮຽນ2024-2025ໂຮງຮຽນໄດ້ວາງແຜນ ແລະ ຈະສູ້ຊົນ ໃຫ້ບັນລຸເປົ້າໝາຍ ທີ່ຕັ້ງໄວ້ ຄື: ຊັ້ນອະນຸບານ3ໃຫ້ສາມາດເສັງຂຶ້ນຫ້ອງ ປ1ໄດ້100%,ການສອບເສັງເລື່ອນຊັ້ນບັນລຸໄດ້99%,ການສອບເສັງຈົບຊັ້ນ ປ5,ມ4ແລະ ມ7ບັນລຸໄດ້100%,ໃຫ້ມີນັກຮຽນເກັ່ງ ທີ່ໄດ້ຮັບລາງວັນລະດັບເມືອງ,ລະດັບແຂວງ ແລະ ລະດັບຊາດ,ມີນັກຮຽນໄດ້ຮັບໃບປະກາດແດງໃນການສອບເສັງຈົບຊັ້ນ. ພ້ອມທັງ ຈະເຂົ້າຮ່ວມ ແລະ ຍາດໃຫ້ໄດ້ລາງວັນ ໃນການແຂ່ງຂັນກິດຈະກໍານອກຫລັກສູດ (ສິລະປະ ແລະ ກິລາ). ພ້ອມນີ້,ຍັງຈະສູ້ຊົນເຮັດໃຫ້ໂຮງຮຽນ ເປັນໂຮງຮຽນສີຂຽວ,ສະອາດ,ສະພາບແວດລ້ອມດີ,ປອດຢາເສບຕິດ,ເປັນໂຮງຮຽນຕົວແບບ ແລະ ຄຸນນະພາບສູງ.
ໃນສົກຮຽນ2023-2024ຜ່ານມາ, ເຖິງວ່າຈະຜະເຊີນໜ້າກັບສິ່ງທ້າທາຍຫລາຍຢ່າງກໍຕາມ,ແຕ່ການເຄື່ອນໄຫວດ້ານການສຶກສາ ກໍຄື ກິດຈະກໍາ ເຄື່ອນໄຫວນອກຫລັກສູດ ຂອງໂຮງຮຽນ ໄດ້ຮັບຜົນສໍາເລັດເປັນທີ່ໜ້າພໍໃຈ ໂດຍສະເພາະ ແມ່ນຈໍານວນນັກຮຽນເກັ່ງ ທີ່ຍາດໄດ້ອັນດັບສູງ ໃນການສອບເສັງ ນັກຮຽນເກັ່ງຂັ້ນເມືອງເພີ່ມຂຶ້ນ ເມື່ອທຽບກັບ ສົກຮຽນທີ່ຜ່ານມາ. ນັ້ນເປັນການຢືນຢັນ ອີກເທື່ອໜຶ່ງວ່າ ຄຸນນະພາບການສຶກສາ ຂອງໂຮງຮຽນ ນັບມື້ນັບໄດ້ຮັບການປັບປຸງ,ໄດ້ສະແດງໃຫ້ເຫັນ ແລະ ຮັບຮູ້ເຖິງ ຄວາມມານະພະຍາຍາມ ຂອງຄູ-ອາຈານ ແລະ ນັກຮຽນຂອງໂຮງຮຽນ ຫງວຽນຢູ ໃນຊຸມປີທີ່ຜ່ານມາ.
ຂ່າວ-ພາບ: ທະນູທອງ
教育阅读排行
-
0 阅读 2024-11-10 23:35
-
0 阅读 2024-11-10 23:35
-
0 阅读 2024-11-10 23:36
-
0 阅读 2024-11-10 23:37
教育热门推荐
-
0 阅读 2024-11-10 23:36
-
0 阅读 2024-11-10 23:35
-
0 阅读 2024-11-10 23:35
评论