ພັນລະຍາ ການນໍາຂັ້ນສູງ ສສ ຫວຽດນາມ ສືບຕໍ່ຢ້ຽມຢາມ ສະຖານທີ່ສໍາຄັນ ຢູ່ ນວ

  ຂປລ. ໃນວັນທີ6ພະຈິກ2024ນີ້,ສະຫາຍ ນາງ ໂງ ເຟືອງ ລີ (Ngo Phuong Ly)ພັນລະຍາເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະ ໄດ້ສືບຕໍ່ຢ້ຽມຢາມສະຖານທີ່ສໍາຄັນຈໍານວນໜຶ່ງ ຢູ່ນະຄອນຫລວງວຽງຈັນ (ນວ) ເປັນຕົ້ນ ຢ້ຽມຊົມຕໍານັກຜ້າໄໝລາວບູຮານ ໂດຍມີ ສະຫາຍ ນາງ ນາລີ ສີສຸລິດ ພັນລະຍາ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ,ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະໜິດສະໜົມ.

  ໂອກາດດັ່ງກ່າວ,ສະຫາຍ ນາງ ນາລີ ສີສຸລິດ ໄດ້ນໍາພາ ສະຫາຍ ນາງ ໂງ ເຟືອງ ລີ ຢ້ຽມຊົມຜະລິດຕະພັນຕ່າງໆ ທີ່ຜະລິດຈາກຜ້າໄໝລາວ ພ້ອມທັງໄດ້ຊົມການສາທິດ ການຜະລິດຕົວຈິງ. ຈາກນັ້ນ,ສະຫາຍ ນາງ ໂງ ເຟືອງ ລີ ແລະ ຄະນະ ກໍໄດ້ໄປວັດສີເມືອງ ເພື່ອກາບໄຫວ້ສັກກາລະບູຊາ ເຈົ້າແມ່ສີເມືອງ ແລະ ຂໍພອນໄຊອັນປະເສີດຢູ່ວັດດັ່ງກ່າວ.

  ໃນຕອນບ່າຍວັນດຽວກັນ,ສະຫາຍ ນາງ ໂງ ເຟືອງ ລີ ແລະ ຄະນະ ກໍໄດ້ເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບໂດຍມີ ສະຫາຍ ນາງ ອາລຸນີ ກົມມະສິດ ພັນລະຍາ ສະຫາຍ ສະເຫລີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ,ຮອງນາຍົກລັດຖະມົນຕີ,ລັດຖະມົນ ຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ແລະ ຄະນະຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ອອກສົ່ງຄະນະດັ່ງກ່າວ.

  ພາບ: ເກດສະໜາ

评论

  • 相关推荐
  • 新闻
  • 娱乐
  • 体育
  • 财经
  • 汽车
  • 科技
  • 房产
  • 军事