ຄົ້ນຄວ້າເນື້ອໃນຮ່າງກົດໝາຍການດໍາເນີນຄະດີແພ່ງ

  ຂປລ. ກອງປະຊຸມ ຄົ້ນຄວ້າເນື້ອໃນຂອງຮ່າງກົດໝາຍ ວ່າດ້ວຍການດໍາເນີນຄະດີແພ່ງ (ສະບັບປັບປຸງ) ຈັດ​ຂຶ້ນ​ໃນ​ວັນ​ທີ 5-6 ພະຈິກ 2024 ຢູ່​ເມືອງ​ແກ້ວ​ອຸດົມ ​ແຂວງ​ວຽງຈັນ​ ເພື່ອແລກປ່ຽນ ແລະ ສົນທະນາລະຫວ່າງບົດຮຽນຂອງຕ່າງປະເທດ ໂດຍສົມທຽບໃສ່ ກົດໝາຍ ວ່າດ້ວຍການດໍານເນີນຄະດີແພ່ງ ຂອງ ສປປ ລາວ, ທັງເປັນພື້ນຖານທາງດ້ານວິຊາການ ໃຫ້ແກ່ການປັບປຸງເນື້ອໃນ ຂອງຮ່າງກົດໝາຍດັ່ງກ່າວ ທີ່ຈະນຳເຂົ້າພິຈາລະນາຮັບຮອງ ໃນກອງປະຊຸມສະໄໝສາມັນເທື່ອທີ8ຂອງສະພາແຫ່ງຊາດ (ສພຊ) ຊຸດທີIXໄດ້ມີການຄົ້ນຄວ້າເນື້ອໃນຢ່າງລະອຽດເລິກເຊິ່ງ ໂດຍມີການແລກປ່ຽນບົດ ຮຽນກັບຊ່ຽວຊານຕ່າງປະເທດ ເພື່ອເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍ ມີຄວາມຄົບຖ້ວນ,ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງຍາວນານ.

  ທ່ານ ຄໍາແພງ ວິລະພັນ ປະທານກໍາມາທິການກົດໝາຍ​ ໄດ້ໃຫ້ຮູ້ວ່າ: ກົດໝາຍສະບັບນີ້ ແມ່ນໜຶ່ງໃນກົດໝາຍຈໍານວນ9ສະບັບ ທີ່ຈະນໍາເຂົ້າພິຈາ ລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ8ຂອງສະພາແຫ່ງຊາດຊຸດທີIXແລະ ການຈັດກອງປະຊຸມ ໃນຄັ້ງນີ້ ແມ່ນການທົບທວນຄືນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ຂອງ ສປປ ລາວ ທຽບໃສ່ການຈັດ ຕັ້ງປະ ຕິບັດຕົວຈິງຂອງບົດຮຽນປະເທດເຢຍລະມັນ ແນໃສ່ເຮັດໃຫ້ເນື້ອໃນຂອງຮ່າງກົດໝາຍສະບັບປັບປຸງນີ້ ມີຄວາມຈະແຈ້ງ,ຮັດກຸມ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງ ຄົມ.

  ກອງປະຊຸມໄດ້ຮັບຟັງ ການສະເໜີບົດຮຽນກ່ຽວກັບ ການດຳເນີນຄະດີແພ່ງ ຂອງປະເທດເຢຍລະມັນ, ທັງເປັນການຍົກສູງຄວາມຮັບຮູ້ ແລະ ເຂົ້າໃຈຂອງຄະນະຮັບຜິດຊອບ ປັບປຸງຮ່າງກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ຂອງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງຕໍ່ເນື້ອໃນ ຂອງກົດໝາຍໃຫ້ຫລາຍຂຶ້ນ;ສຳລັບຮ່າງກົດໝາຍວ່າດ້ວຍການ ດຳເນີນຄະດີແພ່ງ ແມ່ນໄດ້ຜ່ານການກວດກາເນື້ອໃນ ຮອບດ້ານຂອງຮ່າງກົດໝາຍສຳເລັດແລ້ວ ເຊິ່ງຢູ່ໃນຂັ້ນຕອນການກະກຽມ ລາຍງານຕໍ່ກອງປະຊຸມ ຄະນະປະຈໍາ ສະພາແຫ່ງຊາດ; ຮັບຟັງການສະເໜີຫຍໍ້ບົດຮຽນ ກ່ຽວກັບກົດໝາຍ ວ່າດ້ວຍການປົກຄອງຂອງຕ່າງປະເທດ ແລະ ບົດຮຽນກ່ຽວກັບການດຳເນີນ ຄະດີແພ່ງຂອງຕ່າງປະເທດ ຈາກຊ່ຽວຊານຕ່າງປະເທດ,ເນື້ອໃນຂອງຮ່າງກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ ຂອງ ສປປ ລາວ ພ້ອມທັງສະເໜີປະເດັນທີ່ຢາກ ແລກປ່ຽນກັບຊ່ຽວຊານຕ່າງປະເທດ,

  ຈາກນັ້ນ,ກໍໄດ້ຄົ້ນຄວ້າ,ປະກອບຄໍາເຫັນ ແລະ ຊັກຖາມຕໍ່ເນື້ອໃນຂອງກົດໝາຍສະບັບດັ່ງ ກ່າວ ທີ່ຕິດພັນກັບພາລະບົດບາດ,ສິດ ແລະ ໜ້າທີ່ຂອງຂະແໜງການຕົນ ແນໃສ່ເຮັດໃຫ້ເນື້ອໃນ ມີຄວາມກະຈ່າງແຈ້ງ,ຮັດກຸມ ແລະ ແທດເໝາະກັບສະພາບ ຄວາມເປັນຈິງໃນປັດຈຸບັນ.

  ຂ່າວ: ສພຊ

评论

  • 相关推荐
  • 新闻
  • 娱乐
  • 体育
  • 财经
  • 汽车
  • 科技
  • 房产
  • 军事