98ຮວຜທ ເຜີຍແຜ່ເອກະສານແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ
- A+
- A-
ຂປລ. ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມເຜີຍແຜ່ ເອກະສານແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ສະບັບປີ2024-2028ໃນວັນທີ6ພະຈິກ2024ໂດຍການເປັນປະທານເຜີຍແຜ່ ຂອງສະຫາຍ ພັນເອກ ສະແຫວງ ແດນນາມົນ ຫົວໜ້າການເມືອງ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ,ມີຄະນະພັກ-ຄະນະອຳນວຍການ, 4ຫ້ອງການ, 2ກອງພັນ,ພະນັກງານ-ນັກຮົບ ທົ່ວໂຮງຮຽນເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ພັນເອກ ສະແຫວງ ແດນນາມົນ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ,ສອງປະເທດ ລາວ-ຈີນ ມີລະບອບການເມືອງທີ່ຄ້າຍຄືກັນ,ເປັນປະເທດທີ່ຍືດໝັ້ນ ເສັ້ນທາງສັງຄົມນິຍົມຄືກັນ,ເປັນບ້ານໃກ້ເຮືອນຄຽງທີ່ດີ,ມີສາຍພູ,ສາຍນໍ້າຕິດຈອດກັນ ແລະ ມີມູນເຊື້ອມິດຕະພາບ ອັນດີງາມມາແຕ່ບູຮານນະການ,ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຈີນ ໄດ້ມີການພົວ ພັນກັນມາແຕ່ປີ1959ແລະ ສອງລັດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນປີ1961. ຈາກນັ້ນ,ພາຍໃຕ້ຄວາມເອົາໃຈໃສ່ຂອງສອງພັກ,ສອງລັດ ກໍຄື ການນໍາຂອງສອງຝ່າຍ,ສາຍພົວພັນລາວ-ຈີນ ກໍໄດ້ນັບມື້ນັບເຕີບໃຫຍ່ ຂະຫຍາຍຕົວເປັນກ້າວໆມາ.
ນັບແຕ່ປີ2000ການນໍາສູງສຸດຂອງສອງປະເທດ ໄດ້ກໍານົດການຮ່ວມມືຕາມທິດໝັ້ນຄົງຍາວນານ,ໄວ້ເນື້ອເຊື່ອໃຈກັນ,ຮ່ວມມືຮອບດ້ານຕາມທິດ4ດີ,ບ້ານໃກ້ເຮືອນຄຽງທີ່ດີ,ເພື່ອນມິດທີ່ດີ,ສະຫາຍທີ່ດີ ແລະ ເປັນຄູ່ຮ່ວມມືທີ່ດີ,ໃນປີ2009ໄດ້ຍົກລະດັບການພົວພັນ ຂຶ້ນເປັນການພົວພັນແບບຄູ່ຮ່ວມ ຍຸດທະສາດຮອບດ້ານ,ປີ2013ຝ່າຍຈີນໄດ້ໃຫ້ທັດສະນະວ່າ ການພົວພັນລະຫວ່າງ ສອງປະເທດ ລາວ-ຈີນ ບໍ່ແມ່ນການພົວພັນແບບທົ່ວໄປ,ແຕ່ເປັນການພົວພັນແບບຄູ່ຮ່ວມຊາຕາກຳ ທີ່ມີຄວາມໝາຍ ຍຸດທະສາດ,ປີ2016ສອງຝ່າຍໄດ້ລະບຸໃນຖະແຫລ່ງການຮ່ວມ ລາວ-ຈີນ ວ່າ ສອງປະເທດ ເປັນຄູ່ຮ່ວມຊາຕາກຳ ທີ່ມີຄວາມໝາຍຍຸດທະສາດ,ປີ2017ສອງຝ່າຍໄດ້ຢືນຢັນຄືນເຖິງ ການເປັນຄູ່ຮ່ວມຊາຕາກໍາ ລະຫວ່າງສອງປະເທດ ແລະ ພ້ອມກັນຕີລາຄາວ່າ ການພົວພັນລາວ-ຈີນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ຢູ່ໃນໄລຍະທີ່ດີທີ່ສຸດ ໃນປະຫວັດສາດການພົວພັນ ລະຫວ່າງ ສອງປະເທດ,ປີ2018ສອງຝ່າຍ ໄດ້ຕົກລົງເປັນເອກະພາບກັນ,ກ່ຽວກັບການລິເລີ່ມສ້າງແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາກໍາ ລາວ-ຈີນ ລະຫວ່າງ ສອງພັກ ແລະ ໄດ້ຮັບການລົງນາມໂດຍເລຂາທິການໃຫຍ່ຂອງ ສອງພັກ ທີ່ນະຄອນຫລວງປັກກິ່ງ ໃນວັນທີ30ເມສາ2019ເຊິ່ງຈຸດພິເສດຂອງແຜນແມ່ບົດສະບັບໃໝ່ໂດຍລວມແລ້ວເຫັນວ່າ ດ້ານໂຄງສ້າງແມ່ນຍັງຮັກສາໄວ້ຄືເກົ່າເຊິ່ງປະກອບດ້ວຍເນື້ອໃນ ການຮ່ວມມື5ຂົງເຂດ,ແຕ່ມີເນື້ອໃນທີ່ລະອຽດຄົບຖ້ວນ ແລະ ລົງເລິກໃນບັນດາຂະແໜງການຫລາຍກວ່າເກົ່າເຊິ່ງມີລັກສະນະທີ່ສັງລວມເອົາເນື້ອໃນ ຂອງແຜນແມ່ບົດ ສະບັບທີ1ແລະ ຖະແຫລງ ການຮ່ວມ ສະບັບທ້າຍ ປີ2022ເຂົ້າໃສ່ກັນ ເຊິ່ງທັງ5ດ້ານ ແມ່ນສາມາດຈັດຕັ້ງປະຕິບັດໄດ້ ແລະ ຈະນໍາເອົາຜົນປະໂຫຍດໃຫຍ່ຫລວງມາສູ່ລາວ ໂດຍຝ່າຍຈີນ ໄດ້ສະເໜີໃຫ້ການຊ່ວຍເຫລືອ ໃນຫລາຍຂົງເຂດ.
ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່,ປະທານປະເທດຈີນ ໄດ້ເນັ້ນໜັກຫລາຍຄັ້ງ ໃນໂອກາດພົບປະສອງຝ່າຍ ກັບ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່,ປະທານປະເທດ ສປປ ລາວ ວ່າ: ຄູ່ຮ່ວມຊາຕາກຳ ຈີນ-ລາວ ເປັນຄູ່ຮ່ວມຊາຕາກຳແບບພິເສດ ໃນຂອບເຂດການສ້າງປະຊາຄົມ ຮ່ວມຊາຕາກຳຂອງມວນມະນຸດ,ພິເສດຢູ່ບ່ອນວ່າ ຈີນ ແລະ ລາວ ລ້ວນແຕ່ແມ່ນປະເທດ ທີ່ນໍາພາໂດຍພັກກອມມູນິດ,ການຢຶດໝັ້ນການນໍາພາຂອງພັກ ແລະ ເສັ້ນທາງສັງຄົມນິຍົມ ແມ່ນທາດແທ້ຂອງສາຍພົວພັນ ຈີນ-ລາວ,ທັງແມ່ນລັກສະນະຈະແຈ້ງ ຂອງການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ. ສະນັ້ນ,ສອງຝ່າຍ ຕ້ອງຖືເອົາແຜນແມ່ບົດ ສະບັບໃໝ່ເປັນບ່ອນອີງ ໃນການຊຸກຍູ້ໃຫ້ການສ້າງ ຄູ່ຮ່ວມຊາຕາກຳ ກ້າວເຂົ້າສູ່ລວງເລິກ,ເປັນຮູບປະທຳ ແລະ ເພີ່ມເນື້ອໃນໃໝ່ຂອງການພົວພັນຮ່ວມມື ສອງພັກ,ສອງລັດ ລາວ-ຈີນ ໃນຕໍ່ໜ້າໂດຍສະເພາະ ການຮ່ວມມືໃນຂົງເຂດການເມືອງ,ເສດຖະກິດ,ຄວາມໝັ້ນຄົງ ແລະ ຂົງເຂດວັດທະນະທໍາ-ສັງຄົມ.
ໂອກາດດຽວກັນ,ຍັງໄດ້ເຜີຍແຜ່ຄວາມໝາຍສຳຄັນ ຂອງກອງປະຊຸມ“ລັດຖະມົນຕີປ້ອງກັນອາຊຽນ ຄັ້ງທີ18”ທີ່ກອງທັບປະຊາຊົນລາວ ເປັນປະທານ ແລະ ເຈົ້າພາບ ຕື່ມອີກ ເຊິ່ງການເຜີຍແຜ່2 ເອກະສານນີ້,ເພື່ອໃຫ້ພະນັກງານ,ສະມາຊິກພັກ ແລະ ພະນັກງານ-ນັກຮົບໃນທົ່ວໂຮງຮຽນໄດ້ມີຄວາມຮັບຮູ້,ເຂົ້າໃຈກ່ຽວກັບສາຍພົວພັນມິດຕະພາບ ການຮ່ວມມືທີ່ເປັນມູນເຊື້ອມາດົນນານ ລະຫວ່າງ ສອງພັກ,ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ແລະ ແນໃສ່ເຮັດໃຫ້ທົ່ວກອງທັບ ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ເຖິງຄວາມໝາຍຄວາມສຳຄັນ ຂອງການເປັນເຈົ້າພາບ,ເປັນປະທານກອງປະຊຸມ ລັດຖະມົນຕີປ້ອງກັນອາຊຽນ ຄັ້ງທີ18,ກອງປະຊຸມ ລັດຖະມົນຕີປ້ອງກັນປະເທດ ອາຊຽນບວກ ແລະ ກອງປະຊຸມປິ່ນອ້ອມອື່ນໆ ເພື່ອເສີມສ້າງຄວາມຮັບຮູ້-ເຂົ້າໃຈ ເຖິງຄວາມຈຳເປັນ ພາວະວິໄສຂອງ ສປປ ລາວ ກໍຄື ກອງທັບປະຊາຊົນລາວ ໃນການເຂົ້າຮ່ວມປະຊາຄົມປະຊາຊາດອາຊຽນ,ວິໄສທັດອັນກວ້າງໄກ,ທັດສະນະ-ແນວຄິດນຳພາ-ຊີ້ນຳ ຂອງພັກປະຊາຊົນ ປະຕິວັດລາວ ໃນການສືບຕໍ່ນຳພາປັບປຸງ ກໍ່ສ້າງກອງທັບ ແລະ ຈັດຕັ້ງປະຕິບັດ ໜ້າທີ່ການເມືອງໃນສະພາບໃໝ່.
ຂ່າວ-ພາບ: ຮວຜທ
老挝阅读排行
-
0 阅读 2024-11-10 16:04
-
0 阅读 2024-11-10 16:04
-
0 阅读 2024-11-10 16:03
-
0 阅读 2024-11-10 16:02
-
0 阅读 2024-11-10 15:36
老挝热门推荐
-
0 阅读 2024-11-10 16:04
-
0 阅读 2024-11-10 16:03
-
0 阅读 2024-11-10 16:02
-
0 阅读 2024-11-10 15:36
-
0 阅读 2024-11-10 15:36
大家都在看
-
ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງເຂົ້າຮ່ວມກອງປະຊຸມ ທີ່ ສປ ຈີນ
2024-11-10 16:04
3图
-
ຄົ້ນຄວ້າເນື້ອໃນຮ່າງກົດໝາຍການດໍາເນີນຄະດີແພ່ງ
2024-11-10 16:03
4图
-
ຮອງເຈົ້າຄອງ ນວ ລົງຢ້ຽມຢາມ ໂຄງການພັດທະນາກະສິກໍາ ບ້ານນາຕານ
2024-11-10 16:02
2图
-
ອະນຸກໍາມະການເຕັກນິກຊາຍແດນຮ່ວມ ລາວ- ກໍາປູເຈຍ, ກໍາປູເຈຍ-ລາວ ດຳເນີນກອງປະຊຸມ ຄັ້ງທີ 10
2024-11-10 15:36
1图
-
ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມ ສຸດຍອດ ຂອບການຮ່ວມມື ກຳປູ ເຈຍ-ລາວ-ມຽນມາ-ຫວຽດນາມ
2024-11-10 15:36
1图
评论