ຮອງເຈົ້າຄອງ ນວ ລົງຢ້ຽມຢາມ ໂຄງການພັດທະນາກະສິກໍາ ບ້ານນາຕານ

  ຂປລ. ໃນວັນທີ6ພະຈິກ2024ນີ້,ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫລວງວຽງຈັນ (ນວ) ພ້ອມຄະນະ ລົງຢ້ຽມຢາມໂຄງການພັດທະນາກະສິກໍາສະອາດ,ຍືນຍົງທີ່ບ້ານນາຕານເມືອງໄຊທານີນະຄອນຫລວງວຽງຈັນ ເຊິ່ງໂຄງການດັ່ງກ່າວ,ເນັ້ນໃສ່ຜະລິດກະສິກໍາສະອາດ ປະຊາ ຊົນມີສ່ວນຮ່ວມ,ຮັກສາລະບົບນິເວດ ໃຫ້ມີຄວາມຍືນຍົງ ສາມາດສ້າງວຽກເຮັດງານທໍາ ໃຫ້ປະຊາຊົນພາຍໃນບ້ານ ໃຫ້ມີຊິວິດການເປັນຢູ່ດີຂຶ້ນ.

  ໂອກາດນີ້,ທ່ານ ພູວົງ ວົງຄໍາຊາວ ໄດ້ຮັບຟັງການລາຍງານບົດສັງລວມຫຍໍ້ ກ່ຽວກັບສັນຍາ ຈາກຜູ້ຕາງໜ້າພະແນກແຜນການ ແລະ ການລົງທຶນ ນວ,ບົດສັງລວມຫຍໍ້ກ່ຽວກັບສັນຍາ ວ່າດ້ວຍສໍາປະທານທີ່ດິນລັດ ແລະ ໜອງນໍ້າ ເພື່ອລົງທຶນປູກໝາກໄມ້ ແລະ ລ້ຽງກຸ້ງກ້າມນໍ້າຈືດເປັນສິນຄ້າ ຈໍາໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ ຢູ່ບ້ານນາຕານເມືອງໄຊທານີ ໂດຍການມີສ່ວນຮ່ວມ ຂອງປະຊາຊົນບ້ານນາຕານ ສະບັບລົງວັນທີ16ມີນາ2023,ຜ່ານການຈັດຕັ້ງປະຕິບັດໂຄງການເຫັນວ່າ ມາຮອດປັດຈຸບັນ ແມ່ນໄດ້ສໍາເລັດໜ້າວຽກຂອງໂຄງການແລ້ວ.

  ທ່ານ ນາງ ອານິດ ສີວິໄຊ ປະທານບໍລິສັດ ທະເວວພັດທະນາກະສິກໍາຄົບວົງຈອນ ແລະ ຜະ ລິດຕະພັນລາວ ຈໍາກັດ ໄດ້ກ່າວວ່າ: ມາຮອດປັດຈຸບັນ ພືດຜັກຕ່າງໆທີ່ທົດລອງປູກໃນສວນ ຂອງໂຄງ ການ ເຫັນວ່າມີບາດກ້າວທີ່ດີ,ວິທີການປູກແມ່ນຖືກຕາມເຕັກນິກ ເຊັ່ນ: ຕົ້ນໝາກພ້າວ,ຕົ້ນມ່ວງ,ຕົ້ນໄຜ່,ຕົ້ນລະມຸດ,ໝາກໂມ,ຕົ້ນສາລີ,ຕົ້ນຂະຈອນ,ຜັກແປ້ນ,ຕົ້ນໝາກນອດ,ໝາກກະທັນ,ຕົ້ນອະງຸ່ນ,ກຸ້ງນໍ້າຈືດ ແລະ ພືດຜັກອື່ນໆ. ຄາດວ່າໃນປີ2025ຈະເລີ່ມຂາຍສິນຄ້າກະສິກຳຈຳນວນໜຶ່ງ ອອກສູ່ຕະຫລາດ,ພ້ອມນີ້,ໃນປີ2026ຈະເປີດໃຫ້ນັກຮຽນ-ນັກສຶກສາ ຢ້ຽມຢາມທັດສະນະສຶກສາ. ພ້ອມກັນນີ້,ທ່ານ ອານິດ ສີວິໄຊ ຍັງໄດ້ສະເໜີ ໃຫ້ພັກ-ລັດ ຊ່ວຍຊຸກຍູ້,ສົ່ງເສີມປະຊາຊົນຕື່ມ ເພື່ອຊ່ວຍໂຄງການດໍາເນີນວຽກງານໄດ້ຢ່າງສະດວກ ແລະ ມີປະສິດທິຜົນ,ຊ່ວຍໂຄສະນາ ເຜີຍແຜ່ປະຊາຊົນ ຮັບຮູ້ເຖິງ ຈຸດປະສົງຫລັກ ຂອງໂຄງການ ແລະ ວຽກງານອື່ນໆ.

  ໂອກາດນີ້,ທ່ານ ພູວົງ ວົງຄໍາຊາວ ເນັ້ນໃຫ້ໃຫ້ບໍລິສັດ ສືບຕໍ່້ເອົາໃຈໃສ່ການຜະລິດ,ສືບຕໍ່ຈັດຕັ້ງປະຕິບັດ ຕາມຜັງຂອງໂຄງການທີ່ວາງໄວ້ ໃຫ້ປະສົບຜົນສຳເລັດ,ສ້າງໃຫ້ເປັນແຫລ່ງທ່ອງທ່ຽວ ເພື່ອກະ ຈາຍເຕັກນິກການປູກ-ການລ້ຽງ ຂອງວິຊາການໃຫ້ກັບປວງຊົນ ເຂດບ້ານນາຕານຢ່າງກວ້າງຂວາງ,ເນັ້ນໃສ່ຄອບຄົວຜູ້ທີ່ມີຄວາມຫ້າວຫັນ,ຄອບຄົວຕົວແບບໃນການຜະລິດ ຕ້ອງເອົາເຂົ້າໄປຝຶກອົບຮົມ ນໍາໂຄງການດັ່ງກ່າວ,ພາຍຫລັງຄອບຄົວທີ່ໄດ້ຜ່ານການອົບຮົມ ຊໍານິຊໍານານງານໃນການ ປູກຝັງ-ລ້ຽງສັດແລ້ວ ການປູກພືກຜັກຕ່າງໆ ຈະໄດ້ຮັບການຮ່ວມມື ຈາກປະຊາຊົນ.

评论

  • 相关推荐
  • 新闻
  • 娱乐
  • 体育
  • 财经
  • 汽车
  • 科技
  • 房产
  • 军事