​ເຝີ​ແຊບ​ນໍ້າໜຶ່ງ ​ເອກະລັກ​ສະ​ເພາະ​ທີ່​ທ່ານ​ຕ້ອງ​ລອງ

  ທຸກ​ມື້​ນີ້, ຮ້ານ​ອາຫານ​ປະ​ເພດ​ເສັ້ນ ໂດຍສະເພາະຮ້ານເຝີ ແມ່ນມີ​ຂາຍ​ທົ່ວ​ໄປ ​ບໍ່ວ່າ​ຈະ​ຢູ່​ເຂດ​ໃດ​​ຕ້ອງ​ມີ​ ເພາະ​ເປັນ​ອາຫານທີ່​ຄົນ​ນິຍົ​ມກິນຫລາຍ ແຕ່ບໍ່ ໝາຍຄວາມວ່າ ຮ້ານເຝີທຸກຮ້ານ ຈະຂາຍດີຄືກັນໝົດ ສິ່ງທີ່ສາມາດດຶງດູດລູກຄ້າ ໃຫ້ນິຍົມຊົມຊອບ ແມ່ນຂຶ້ນກັບລົດຊາດ ແລະ ມີເອກະລັກສະເພາະ. ດັ່ງນັ້ນ, ຄໍລໍາ​ສົ່ງ​ ເສີມທຸລະ​ກິດມື້ນີ້ ຂໍພາທ່ານ​ມາ​ຮູ້ຈັກ ຮ້ານ​​ເຝີ​ແຊບອີກຮ້ານໜຶ່ງ ທີ່ຢູ່​​ເຂດບ້ານໜອງພະຍາ ​ເມືອງ​ໄຊທາ​ນີ ນະຄອນຫລວງ​ວຽງຈັນ ນັ້ນກໍຄືຮ້ານເຝີແຊບນໍ້າໜຶ່ງ ຊຶ່ງຈຸດ ເດັ່ນຂອງຮ້ານນີ້ ແມ່ນ​ນໍ້າ​ເຝີ ທີ່ມີລົດຊາດ​ແຊບ ເປັນ​ເອກະ​ລັກສະ​ເພາະ​ ຖ້າທ່ານໄດ້ກິນ ແລ້ວ ຮັບປະກັນວ່າຖືກໃຈ ແລະ ຢາກກັບມາກິນອີກແນ່ນອນ.

  ທ່ານນາງ ສົມອຸໄທ ເສົາມະນີ ຫລື ນໍ້າໜຶ່ງ ​ເຈົ້າຂອງຮ້ານຜູ້ໃຈດີໄດ້ເວົ້າ​ໃຫ້​ຟັງ​ວ່າ: ຮ້ານເຝີແຊບນໍ້າໜຶ່ງ ເກີດຈາກແຮງບັນດານໃຈ ທີ່ຕົນເອງ ມັກຮັບປະທານອາຫານ ປະເພດເສັ້ນເປັນພື້ນຖານຢູ່ແລ້ວ ແລະ ໃນຄອບຄົວ ກໍມີພໍ່ປູ່ທີ່ເຄີຍເປີດຮ້ານອາຫານຮ້ານເຝີ ແລະ ເພິ່ນກໍມີສູດແຊບ ສະເພາະທີ່ບໍ່ຄືໃຜ ຊຶ່ງເປັນສູດ ທີ່ໃຜໄດ້ກິນ ແມ່ນຕິດອົກຕິດຕິດໃຈ ແລະ ຢາກກິນອີກ. ດັ່ງນັ້ນ, ເພື່ອສືບທອດມູນເຊື້ອ ສູດເຝີດັ່ງກ່າວໃຫ້ຍາວນານ ຂ້າພະເຈົ້າຈຶ່ງຕັດສິນໃຈ ເລີ່ມຕົ້ນເປີດ ຮ້ານເຝີແຊບນໍ້າໜຶ່ງ ໃນປີ2021. ພາຍຫລັງເປີດແລ້ວ ກໍໄດ້ຮັບຄວາມນິຍົມ ຈາກລູກຄ້າພໍສົມຄວນ ຊຶ່ງ ໃນຮ້ານ ມີທັງອາຫານປະເພດເສັ້ນ ເຊັ່ນ: ເຝີ,ເຂົ້າປຽກ ແລະ ຍັງມີ ລາບ,ແກງເຄື່ອງໃນ ແລະ ລວກເສືອຮ້ອງໄຫ້,ໃນນີ້ລາຍການອາຫານ ທີ່ມີຄວາມໂດດເດັ່ນ ແລະ ປະທັບໃຈລູກຄ້າທີ່ສຸດແມ່ນເຝີ. ສຳລັບລາຄາ ເລີ່ມຕົ້ນມີດັ່ງນີ້ :ເຝີຖ້ວຍນ້ອຍ20.000ກີບ,ເຝີຖ້ວຍໃຫຍ່30.000ກີບ, ເຂົ້າປຽກ ຖ້ວຍນ້ອຍ15.000ກີບ,ເຂົ້າປຽກຖ້ວຍໃຫຍ່20.000ກີບ, ລາບ25.000ກີບ/ຊຸດ, ແກງເຄື່ອງໃນ15.000ກີບ,ລວກເສືອຮ້ອງໄຫ້25.000ກີບ.

  ທ່ານນາງ ສົມອຸໄທ ຍັງເຜີຍໃຫ້ຮູ້ເຖິງເຄັດລັບ ການເຮັດທຸລະກິດ ດ້ານຮ້ານອາຫານ ໃຫ້ປະສົບຜົນສຳເລັດນັ້ນຄວາມສຳຄັນທີ່ສຸດ ຄືການເອົາໃຈໃສ່ໃນວັດຖຸ ດິບທີ່ນຳມາປຸງແຕ່ງ ຕ້ອງສົດໃໝ່ໃນແຕ່ລະມື້ ເພື່ອຮັບປະກັນໃຫ້ລູກຄ້າ ໄດ້ຮັບປະທານອາຫານທີ່ແຊບ, ຄຸນນະພາບດີ ທີ່ສຸດ.

  ທ່ານນາງ ສົມອຸໄທ ໃນໄລຍະທີ່ສັງຄົມເຮົາ ຍັງມີການແຜ່ລະບາດ ຂອງໂຄວິດ-19ນີ້ ຂ້າພະເຈົ້າຈະໃຫ້ຄວາມສຳຄັນເປັນພິເສດ ທາງດ້ານການຮັກສາ ຄວາມສະອາດ ເພື່ອຄວາມປອດໄພ ແລະ ໝັ້ນໃຈໃຫ້ກັບລູກຄ້າທຸກໆທ່ານ ດ້ວຍການຈັດໂຕະ ພາຍໃນຮ້ານແບບ ມີການເວັ້ນໄລຍະ ຫ່າງ ແລະ ໝັ່ນແຈ້ງໃຫ້ລູກຄ້າລ້າງມື ດ້ວຍນໍ້າຢາຂ້າເຊື້ອກ່ອນຈະເຂົ້າຮ້ານ ແລະ ພະນັກງານທຸກຄົນ ໃນຮ້ານຈະໃສ່ຜ້າປິດປາກ ແລະ ໃສ່ໝວກໃນເວລາປຸງອາຫານ;ເພື່ອອຳນວຍຄວາມສະດວກຕື່ມ ໃຫ້ກັບລູກຄ້າໃນນີ້ສຳລັບລູກຄ້າ ໃນເຂດໃກ້ຄຽງ ຂອງຮ້ານເຝີແຊບນໍ້າໜຶ່ງ ພວກຂ້າພະເຈົ້າ ແມ່ນມີນະໂຍບາຍ ສົ່ງອາຫານຟຣີຮອດເຮືອນລູກຄ້າ ແລະ ມີບໍລິການຈັດສົ່ງ ຜ່ານຂົນສົ່ງໃຫ້ກັບລູກຄ້າ ທີ່ຢູ່ເຂດໄກອອກໄປນຳດ້ວຍ ແລະ ຫລັງປິດຮ້ານພວກຂ້າພະເຈົ້າ ຈະເອົາໃຈໃສ່ໃນດ້ານການຮັກສາ ຄວາມສະອາດ ບໍລິເວນຮ້ານດ້ວຍນໍ້າຢາຂ້າເຊື້ອທຸກຄັ້ງ.

  ສຳລັບຮ້ານເຝີແຊບນໍ້າໜຶ່ງ ເປີດບໍລິການລູກຄ້າໃນທຸກໆມື້ໃນເວລາ7:00ໂມງ -23:00ໂມງ,ສະຖານທີ່ຕັ້ງຢູ່ເສັ້ນທາງຕັດໃໝ່ ບ້ານໜອງພະຍາ,ເມືອງ ໄຊທານີ,ນະຄອນຫລວງວຽງຈັນ,ສອບຖາມຂໍ້ມູນເພີ່ມຕື່ມໄດ້ທີ່Facebook :ຮ້ານເຝີແຊບນ້ຳ1-Num1 Foodຫລື ໂທ :020 54087553. ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ທາງຮ້ານໄດ້ເອົາໃຈໃສ່ ເປັນພິເສດໃນການປະຕິບັດ ມາດຕະການຕ່າງໆ ເພື່ອໃຫ້ລູກຄ້າມີຄວາມປອດໄພ. ພ້ອມນີ້ທາງຮ້ານຍັງມີບໍລິການ ສົ່ງອາຫານເຖິງບ້ານ ທີ່ຢູ່ເຂດໃກ້ຄຽງໂດຍບໍ່ເສຍຄ່າ ຫລື ລູກ ຄ້າທີ່ຢູ່ໄກ ກໍມີບໍລິການ ຈັດສົ່ງຜ່ານຂົນສົ່ງຕື່ມອີກ.

ໂດຍ: ລູກສາວຫລ້າ

评论

  • 相关推荐
  • 新闻
  • 娱乐
  • 体育
  • 财经
  • 汽车
  • 科技
  • 房产
  • 军事