ຜູ້ແທນລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີແຮງງານອາຊຽນ ຄັ້ງທີ 28
- A+
- A-
ຂປລ. ຄະນະຜູ້ແທນ ສປປ ລາວ ນໍາໂດຍ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະ ຊວງແຮງງານ ແລະ ສະຫວັດດີການສັງຄົມ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີແຮງງານອາຊຽນ ຄັ້ງທີ28,ກອງປະຊຸມລັດຖະມົນຕີແຮງງານອາຊຽນ ບວກສາມ ຄັ້ງທີ13ແລະ ກອງປະຊຸມກ່ຽວຂ້ອງ ໃນລະຫວ່າງວັນທີ28-31ຕຸລາ2024ທີ່່ປະເທດສິງກະໂປ ພາຍໃຕ້ຫົວຂໍ້: ການເພີ່ມທະວີຄວາມເຂັ້ມ ແຂງ ແລະ ການສົ່ງເສີມນະວັດຕະກໍາ ພາຍໃຕ້ການເປັນປະທານຂອງ ທ່ານTan See Lengລັດຖະ ມົນຕີກະຊວງແຮງງານ ປະເທດສິງກະໂປ, ມີບັນດາລັດຖະມົນຕີ ແຮງງານອາຊຽນ,ອາຊຽນບວກສາມ,ເລຂາທິການໃຫຍ່ອາຊຽນ,ກອງເລຂາອາຊຽນອາຊຽນ, ເຈົ້າໜ້າທີ່ອາວຸໂສແຮງງານບັນດາປະເທດສະ ມາຊິກອາຊຽນ,ອາຊຽນບວກສາມ ແລະ ຕີແລັດສະເຕ ໃນນາມຜູ້ສັງເກດການເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີແຮງງານໃນຄັ້ງນີ້, ກອງປະຊຸມໄດ້ພ້ອມກັນ ປຶກສາຫາລືບັນຫາສໍາຄັນຕ່າງໆ ໂດຍສະເພາະການຈັດຕັ້ງປະຕິບັດ ແຜນງານລັດຖະມົນຕີແຮງງານອາຊຽນ ໄລຍະ2021-2025ໃຫ້ສໍາເລັດຕາມແຜນການ,ການແລກປ່ຽນທັດສະນະຍຸດທະສາດ ການຮ່ວມມື ຂອງຂະແໜງແຮງງານຫລັງປີ2025ເພື່ອການສ້າງແຜນງານລັດຖະມົນຕີແຮງງານອາຊຽນ ແລະ ບັນດາແຜນງານຕ່າງໆທີ່ກ່ຽວຂ້ອງ ດ້ານແຮງງານໄລຍະໃໝ່ ປີ2026-2030,ປຶກສາຫາລືການຈັດຕັ້ງຜັນຂະຫຍາຍ ບັນດາຖະແຫລງການຕ່າງໆ ທີ່ກ່ຽວຂ້ອງດ້ານແຮງງານ ລວມທັງການຮ່ວມມື ແລະ ການສະໜັບສະໜູນ ຈາກບັນດາປະເທດອາຊຽນບວກສາມ,ບັນດາຄູ່ຮ່ວມງານ ແລະ ອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງຕ່າງໆ ແນໃສ່ເພື່ອເພີ່ມທະວີການຮ່ວມມື ດ້ານວຽກງານແຮງງານອາຊຽນ ແລະປຶກສາຫາລື ຮັບຮອງຖະແຫລງການຮ່ວມ ກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ28ແລະ ບວກສາມ ຄັ້ງທີ13ພ້ອມທັງຮັບຮອງບົດລາຍງານຜົນກອງປະຊຸມເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ ຄັ້ງທີ19ແລະ ຄັ້ງທີ20.
ໃນໂອກາດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ສປປ ລາວ ໄດ້ມີຄໍາເຫັນ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດການະເປັນປະທານກອງປະຊຸມ ລັດຖະມົນຕີແຮງງານອາຊຽນ ຄັ້ງທີ28ແລະ ກອງປະຊຸມກ່ຽວ ຂ້ອງ ຂອງປະເທດສິງກະໂປ ແລະ ການຈັດຕັ້ງປະຕິບັດຮ່ວມກັນ ວຽກງານແຮງງານອາຊຽນ ຕະຫລອດໄລຍະ50ປີຜ່ານມາ. ນອກຈາກນີ້,ຍັງໄດ້ລາຍງານຜົນສໍາເລັດ ໃນການສ້າງຖະແຫລງການວຽງຈັນ ວ່າດ້ວຍການເຄື່ອນຍ້າຍແຮງງານ,ການພັດທະນາ ແລະ ຮັບຮູ້ສີມືແຮງງານເຄື່ອນຍ້າຍ ແລະ ລາຍງານການກວດກາ ການຈັດຕັ້ງປະຕິບັດ ຖະແຫລງການດັ່ງກ່າວ ທີ່ໄດ້ຮັບຮອງ ໃນກອງປະຊຸມສຸດຍອດ ຜູ້ນໍາອາຊຽນ ຄັ້ງທີ44ແລະ45ທີ່ ສປປ ລາວ ເປັນປະທານອາຊຽນ ໃນເດືອນຕຸລາ2024ທີ່ຜ່ານມາ,ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດ ແຜນປະຕິບັດງານ ຄວາມເປັນເອກະສັນຂອງອາຊຽນ ວ່າດ້ວຍການປົກປ້ອງສົ່ງເສີມ ສິດທິແຮງງານ ເຄື່ອນຍ້າຍອາຊຽນ ແລະ ແລກປ່ຽນຄໍາຄິດເຫັນກ່ຽວກັບ ການຈັດຕັ້ງປະຕິບັດແຜນງານ ລຶບລ້າງການນໍາໃຊ້ແຮງງານເດັກ ໃນທຸກຮູບແບບທີ່ຮ້າຍແຮງ,ຊຶ່ງບັນດາປະເທດສະມາ ຊິກອາຊຽນ ກໍຄື ສປປ ລາວ ໄດ້ມີຄວາມພະຍາມ ໃນການຈັດຕັ້ງຜັນຂະຫຍາຍ ວຽກງານດັ່ງກ່າວ ເຂົ້າສູ່ແຜນງານ ລະດັບຊາດແນໃສ່ ເພື່ອການປ້ອງກັນບັນຫາແຮງງານເດັກ,ການປົກປ້ອງແຮງງານໄວໜຸ່ມ ແລະ ສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທໍາ ສຳລັບໄວໜຸ່ມໃນຕໍ່ໜ້າໃຫ້ມີປະສິດທິຜົນ.
ກອງປະຊຸມ ລັດຖະມົນຕີແຮງງງານອາຊຽນ ຄັ້ງທີ29ມີແຜນຈະຈັດຂຶ້ນທີ່ປະເທດ ໄທໃນປີ2026.
ຂໍ້ມູນ-ພາບ: ຂ່າວ ຮສສ
新闻阅读排行
-
4 阅读 2024-11-01 10:20
-
1 阅读 2024-11-01 10:20
-
0 阅读 2024-11-01 10:20
-
0 阅读 2024-11-01 10:20
-
0 阅读 2024-11-01 10:20
新闻热门推荐
-
0 阅读 2024-11-01 10:20
-
0 阅读 2024-11-01 10:20
-
0 阅读 2024-11-01 10:20
-
0 阅读 2024-11-01 10:20
-
0 阅读 2024-11-01 10:20
评论